ເລຂາຄະນະພັກນະຄອນໂຮ່ຈີມິນພົບປະກັບອະດີດການນຳລາວ

ເລຂາຄະນະພັກນະຄອນໂຮ່ຈີມິນພົບປະກັບອະດີດການນຳລາວ - ảnh 1
(ທ່ານ ດິງ​ລາ​ທັງ, ເລ​ຂາ​ຄະ​ນະ​ພັກນະ​ຄອນເຂົ້າ​ຢ້ຽມ​ຄຳ​ນັບ
ທ່ານ ຈູມ​ມາ​ລີ ໄຊ​ຍະ​ສອນ, ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ລາວ)

(vovworld)- ໂດຍສືບ​ຕໍ່​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່​ລາວ, ໃນ​ຕອນ​ເຊົ້າ​ວັນ​ທີ 1/6,  ຢູ່ ນະ​ຄອນຫຼວງວຽງ​ຈັນ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ນະ​ຄອນ​ໂຮ່​ຈີ​ມິນ ໂດ​ຍທ່ານ ດິງ​ລາ​ທັງ, ເລ​ຂາ​ຄະ​ນະ​ພັກນະ​ຄອນ ເປັ​ນ​ຫົວ​ໜ້າ​ຄະ​ນະ, ໄດ້​ເຂົ້າ​ຢ້ຽມ​ຄຳ​ນັບ ທ່ານ ຈູມ​ມາ​ລີ ໄຊ​ຍະ​ສອນ, ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ລາວ ແລະ ທ່ານ ທອງ​ສິງ​ ທຳ​ມະ​ວົງ, ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ. ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ ຂອງ​ທ່ານ ດິງ​ລາ​ທັງ, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ​ເພື່ອແນ​ໃສ່​ຢັ້ງ​ຢືນ​ຄວາມ​ມາ​ນະ​ພະ​ຍາ​ຍາມ ແລະ ​ເຈດ​ຕະ​ນາ​​ດີ ຂອງນະ​ຄອນ​ໂຮ່​ຈີ​ມິນ ໃນ​ການ​ເພີ່​ມ​ທະ​ວີ ແລະ ຮັດ​ແໜ້ນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວ​ມ​ມື ລະ​ຫວ່າງ ນະ​ຄອນ​ໂຮ່​ຈີ​ມິນ ແລະ ນະ​ຄອນຫຼວງວຽງ​ຈັນ, ​ ແຂວງ​ຈຳ​ປາ​ສັກ ເວົ້າ​ສະ​ເພາະ ແລ​ະ ປະ​ເທດ​ລາວ ເວົ້າ​ລວມ ໃຫ້ດີ​ຍິ່ງ​ຂື້ນ​ອີກ. ທີ່​ການ​ພົບ​ປະ, ທ່ານ ດິງ​ລາ​ທັງ ໃຫ້​ຮູ້​ວ່າ: ນະ​ຄອນ​ໂຮ່​ຈີ​ມິນ ຍາມ​ໃດ​ກໍ່​ເຄົາ​ລົບ ແລະ ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ ຂອງ​ຕົນ​ເອງ ເພື່ອ​ຮັກ​ສາ, ປັບ​ປຸງ, ພັດ​ທະ​ນາ​ສາຍ​ພົວ​ພັນ​ແບບ​ພິ​ເສດ ກັບ​ປະ​ເທດ​ສາ​ທາ​ລະ​ນະ​ລັດ ​ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ ເວົ້າ​ລວມ ແລະ ບັນ​ດາ​ທ້ອງ​ຖິ່ນ ຂອງ​ລາວ​ເວົ້າ​ສະ​ເພາະ.

ຂ່າວ/ບົດ​ອື່ນ