ເລ​ຂາ​ທິ​ການ​ໃຫຍ່ສ​ປ​ຊ ​ຕຳ​ໜິ​ຕິ​ຕຽນ​ຂໍ້​ມູນຜິດ​ເຂວ​ທີ່​ກ່ຽວ​ຂ້ອງ​ເຖິງໂລກ​ລະ​ບາດ Covid – 19

(VOVWORLD) -ວັນທີ 14 ເມສາ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊໄດ້ກ່າວເຕືອນວ່າໂລກພວມປະເຊີນໜ້າກັບໂລກລະບາດທີ່ອັນຕະລາຍທີ່ສຸດນັ້ນ ແມ່ນຂໍ້ມູນຜິດເຂວກ່ຽວກັບໂລກລະບາດ Covid -19.

ທ່ານAntonio Guterres ກໍ່ແຈ້ງໃຫ້ຊາບກ່ຽວກັບ ຍຸດທະສາດຂອງສປຊ ເພື່ອແນໃສ່ປະກາດໃນອິນເຕີແນັດກ່ຽວກັບບັນດາຂໍ້ມູນຕົວເລກແລະວິທະຍາສາດ ເພື່ອຮັບມືກັບບັນດາຂໍ້ມູນທີ່ຜິດເຂວ ທີ່ກ່ຽວຂ້ອງເຖິງ ໂລກລະບາດ Covid -19 ເຊິ່ງທ່ານຖືວ່າແມ່ນທາດພິດທີ່ພວມເຮັດໃຫ້ການດຳລົງຊີວິດປະຈຳວັນປະສົບຄວາມອັນຕະລາຍ. ທ່ານ Antonio Guterres ກໍ່ເອີ້ນບັນດາຂໍ້ມູນທີ່ຜິດເຂວນັ້ນວ່າແມ່ນໂລກພະຍາດທີ່ກະຈາຍບັນດາຄຳເຕືອນທີ່ເປັນຜົນຮ້າຍ. ທ່ານກໍ່ຮຽກຮ້ອງໃຫ້ບັນດາອົງການສື່ສັງຄົມອອນລາຍມານະພະຍາຍາມໃຫ້ຫຼາຍກ່ວາອີກແນໃສ່ຕໍ່ສູ້ກັບຂໍ້ມູນຜິດເຂວ ເພື່ອລົບລ້າງຄວາມອາຄາດບາດໝາງແຄ້ນແລະບັນດາຄວາມຄິດຕາຍຕົວທີ່ກ່ຽວຂ້ອງເຖິງໂລກລະບາດ Covid – 19.

ຕອບກັບ

ຂ່າວ/ບົດ​ອື່ນ