ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຕ້ອນຮັບບັນດາເອກອັກຄະລັດຖະທູດ,ຜູ້ຕາງໜ້າອົງການການທູດຫວຽດນາມປະຈຳຕ່າງປະເທດ

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຕ້ອນຮັບບັນດາເອກອັກຄະລັດຖະທູດ,ຜູ້ຕາງໜ້າອົງການການທູດຫວຽດນາມປະຈຳຕ່າງປະເທດ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ

(​vovworld) – ວັນ​ທີ 2/7, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ອົງ​ການ​ການ​ທູດ ຫວຽດ​ນາມ ປະ​ຈຳ​ຕ່າງ​ປະ​ເທດ, ອາ​ຍຸ​ການ 2015 – 2018. ທີ່​ການ​ຕ້ອນ​ຮັບ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຊີ້​ແຈ້ງວ່າ: ໃນ​ສະ​ພາບ​ການ​ໂລກ ແລະ ພາກ​ພື້ນ​ມີ​ການ​ຜັນ​ແປ​​ຢ່າງວ່ອງໄວ, ​ຍາກ​ທີ່​ຈະ​ຄາດ​ຄ​ະ​ເນ​ລ່ວງ​ໜ້າ​ໄດ້ ແລະ ສົ່ງ​ຜົນ​ສະ​ທ້ອນຫຼາຍ​ຢ່າງ​ເຖິງ ຫວຽດ​ນາມ, ໜ້​າ​ທີ່​ການ​ຕ່າງ​ປະ​ເທດ​ແມ່ນ​​ຕ້ອງປະ​ກອບ​ສ່ວ​ນ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ສ້າງ​ເງື່ອນ​ໄຂ​​ສະ​ດວກເພື່ອ​ກໍ່​ສ້າງ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ, ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ປົກ​ປັກ​ຮັກ​ສາ​ພັກ, ປົກ​ປ້ອງ​ລະ​ບອບ​ສັງ​ຄົມ​ນິ​ຍົມ, ປົກ​ປ້ອງ​ປະ​ຊາ​ຊົນ ແລະ ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງປະ​ເທດ​ຊາດ. ກ່ຽວ​ກັບ​ໜ້າ​ທີ່​ຂອງ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ອົງ​ການ​ຕາງ​ໜ້າ​ການ​ທູດ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ, ຮຽກ​ຮ້ອງວ່າ:

        “ກ່ອນ​ອື່ນ​ໝົດ​ຕ້ອງ​ກຳ​ແໜ້ນ​ພາ​ລະ​ໜ້າ​ທ່​ີ, ຄວາມ​ຮັບ​ຜິດ​ຊອບ, ນຳ​ໃຊ້ ແລະ ປະ​ຕິ​ບັດ​ມັນ​ຢ່າງ​​ຄ່ອງ​ແຄ້ວ, ເຂົ້າ​ໃຈ​​ໜ້າ​ທີ່​ຮັບ​ຜິດ​ຊອບຂອງ​ຕົນ​​ຢ່າງ​ຄົບ​ຖ້ວນ, ພິ​ເສດ​ແມ່ນ​ໃນໄລ​ຍະ​ໃໝ່, ເງື່ອນ​ໄຂ​ໃໝ່. ທີ່​ສອງ, ຫວັງ​ວ່າ​ພວກ​ທ່ານ​ກຳ​ແໜ້ນ​ແນວ​ທາງ, ທັດ​ສະ​ນະ, ແຜນ​ນະ​ໂຍ​ບາຍ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ເວົ້າ​ລວມ​ໃນ​ທຸກໆ​ຂົງ​ເຂດ, ພິ​ເສດ​ແມ່ນ​ພົວ​ພັນ​ຕ່າງ​ປະ​ເທດ”

                                                                   


ຂ່າວ/ບົດ​ອື່ນ