ເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບປະທານສະພາແຫ່ງຊາດຮຸງກາຣີ

ເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບປະທານສະພາແຫ່ງຊາດຮຸງກາຣີ - ảnh 1
(ທ່ານ​ເລຂາທິການ​ໃຫຍ່​ ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ຕ້ອນຮັບ
​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຮຸງ​ກາຣີ Kover Laszlo)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 9/11, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຮຸງ​ກາຣີ Kover Laszlo ພວມ​​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຮຸງ​ກາຣີ Kover Laszlo ຕີ​ລາຄາ​ສູງ​ບັນດາ​ຜົນງານ​ອັນ​​ໃຫຍ່ຫລວງ, ມີ​ຄວາມ​ໝາຍ​ປະຫວັດສາດ ຊຶ່ງ ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ຍາດ​ມາໄດ້ພາຍຫລັງ​ເກືອບ 30 ປີ​ແຫ່ງ​ການ​ປະຕິບັດ​ພາລະກິດ​ປ່ຽນ​ໃໝ່, ຕີ​ລາຄາ​ສູງ​ບັນດາ​ບົດຮຽນ​ຂອງ ຫວຽດນາມ; ອິດທິຜົນ​ຊື່​ສຽງ ​ແລະ ທີ່​ຕັ້ງ​ຂອງ ຫວຽດນາມ ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຮຸງ​ກາຣີ Kover Laszlo ​ເນັ້ນ​ໜັກ​ວ່າ: ຮຸງ​ກາຣີ ຖື​ເປັນ​ສຳຄັນ ​ແລະ ຈະ​ມານ​ະພະຍາຍາມ​ສູ້​ຊົນ ​ເພື່​ອພັດທະນາ​ການ​ພົວພັນ​ມິດຕະພາບການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ກັບ ຫວຽດນາມ ກ່ວາ​ອີກ; ສືບ​ຕໍ່​ຮ່ວມ​ມື​ກັບສະພາ​ແຫ່ງ​ຊາດ ຫວຽດນາມ ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ແນ​ໃສ່​ປະຕິບັດ​ບັນດາ​ຂໍ້ຕົກລົງ​ທີ່​ໄດ້​ຮັບ​ການລົງ​ນາມຢ່າງ​ມີ​ປະສິດທິ​ຜົນ.

        ສ່ວນ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ກ”ຂອບ​ໃຈ​ສະພາ​ແຫ່ງ​ຊາດ, ລັດຖະບານ ​ແລະ ປະຊາຊົນ ຮຸງ​ກາຣີ ​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ຊາວ ຫວຽດນາມ ທີ່ພວມ​ດຳລົງ​ຊີວິດ, ​ເຮັດ​ວຽກ ​ແລະ​ ຮ່ຳຮຽນ​ຢູ່ ຮຸງ​ກາຣີ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດທີ່​ເປັນ​ມູນ​ເຊື້ອ, ​ໃນ​ນັ້ນມີ ຮຸງ​ກາຣີ; ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຢືນຢັນ​ວ່າ: ຫວຽດນາມ ຕັດສິນ​ໃຈ​ສູ້​ຊົນ​ ເພື່ອ​ແນ​ໃສ່​ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ອັນ​ດີງາມ​ ລະຫວ່າງ 2 ປະ​ເທດ​ກ່ວາ​ອີກ.

 

ຂ່າວ/ບົດ​ອື່ນ