ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງເດີນທາງຢ້ຽມຢາມອາເມລິກາຢ່າງເປັນທາງການ

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງເດີນທາງຢ້ຽມຢາມອາເມລິກາຢ່າງເປັນທາງການ - ảnh 1
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ປະ​ຈຳ ຫວຽດ​ນາມ Ted Osius
(ພາບປະ​ກອບ)

(vovworld) – ​ ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ລັດ​ຖະ​ບານ ອາ​ເມ​ລິ​ກາ, ຄ່ຳ​ຄືນ​ວັນ​ທີ 5/7 (ຕາມ​ເວ​ລາ ຫວຽດ​ນາມ), ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ເດີນ​ທາງ​ອອກ​ຈາກ ຮ່າ​ໂນ້ຍ ໄປ​ຢ້ຽມ​ຢາມ ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ. ການ​ຢ້ຽມ​ຢາມ ອາ​ເມ​ລິ​ກາ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຈະ​ຊຸກ​ຍູ້ກ​ານ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໃນຫຼາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​​ທາງ​ດ້ານ​ການ​ເມືອງ, ເສດ​ຖະ​ກິດ, ການ​ຄ້າ.

        ເມື່ອ​ຕອບ​ສຳ​ພາດຕໍ່​ຂອງ​ນັກ​ຂ່າວ VOV ເນື່ອງ​ໃນ​ເຫດ​ການນີ້, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ປະ​ຈຳ ຫວຽດ​ນາມ Ted Osius ຖື​ວ່າ: ການ​ຢ້ຽມ​ຢາມ ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ແມ່ນ​ຕົວ​ຢ່າງ​ທີ່​ສະ​ແດງ​ໃຫ​້​ເຫັນ​ການ​ພົວ​ພັນ ຫວຽດ​ນາມ - ອາ​ເມ​ລິ​ກາ ພວມ​ນັບ​ມື້​ນັບ​ມີ​ບັນ​ດາ​ບາດ​ກ້າວ​ໃໝ່. 20 ປີ​ຜ່ານ​ມາກໍ​ໄດ້​ເຫັນ​ປະ​ຈັກ​ຕາ​ບັນ​ດາ​ຂີດ​ໝາຍ​ສຳ​ຄັນ​ໃໝ່​ໃນ​ການ​ພົວ​ພັນ ຫວຽດ​ນາມ - ອາ​ເມ​ລິ​ກາ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Ted Osius, ໃຫ້​ຮູ້​ວ່າ:

        “ພຽງ​ໃນ​ໜຶ່ງ​ປ​ີ​ຜ່ານ​ມາ, 2 ປະ​ເທດ​​ໄດ້​ຮັບຜົນ​ສຳ​ເລັດຫຼາຍ​ຢ່າງ, ​ໃນ​ນັ້ນໃຫຍ່​ກ່​ວາ​ໝູ່​ແມ່ນ​ຂົງ​ເຂດ​ການ​ຄ້າ​. ກ່ອນນີ້ 20 ປີ, ການ​ພົວ​ພັນ​ແລກ​ປ່ຽນ​ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ​ບັນ​ລຸ​ພຽງ 500 ລ້ານ USD ເທົ່າ​ນັ້ນ, ໃນ​ປີ 2014, ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ບັນ​ລຸ​ໄດ້ 35 ຕື້ USD ແລະ ຄາດ​ວ່າ​ໃນ​ປີ 2015 ຈະ​ບັນ​ລຸ 40 ຕື້ USD. ກ​ານ​ເຕີບ​ໂຕ​ດ້ານ​ການ​ຄ້າ​ກໍ​ຊ່ວຍ​ຍູ້​ແຮງ​ຈຳ​ນວນ​ຄົນ​ໄປ - ມາ​ລະ​ຫວ່າງ 2 ປະ​ເທດ. ອາ​ເມ​ລິ​ກາ ໄດ້​ໜູນ​ຊ່ວຍ​ຈຳ​ນວນ​ເງິນ 100 ລ້ານ USD ເພື່ອ​ກຳ​ຈັດ ດີ​ໂອ​ຊີນ ຢູ່ ດ່ານັ້ງ. ອາ​ເມ​ລິ​ກາ ກໍ່​ໄດ້​ສະ​ຫງວນ​ຈຳ​ນວນ​ເງິນ 80 ລ້ານ USD ໃຫ້​ແກ່ ຫວຽດ​ນາມ ໃນ​ການ​ຊອ​ກ​ຫາ​ທຳ​ລາຍ​ລູກ​ລະ​ເບີດ​ບໍ່​ທັນ​ແຕກ​ພາຍຫຼັງ​ສົງ​ຄາມ. 2 ປະ​ເທດ​ກໍ​ຮ່ວມ​ມື​ຊອກ​ຫາ​ອັດ​ຖິ​ທະ​ຫານ​ອາ​ເມ​ລິ​ກາ ທີ່ຫາຍ​ສາບ​ສ​ູນ ແລະ ກົງ​ກັນ​ຂ້າມ ອາ​ເມ​ລິ​ກາ ຊ່ວຍ​ເຫຼືອ ຫວຽດ​ນາມ ຊອກ​ຫາ​ທະ​ຫານ ຫວຽດ​ນາມ ຫາຍ​ສາບ​ສ​ູນ​ພາຍຫຼັງ​ສົງ​ຄາມ.”


ຂ່າວ/ບົດ​ອື່ນ