ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບ ທູດພິເສດຂອງເລຂາທິການໃຫຍ່ພັກກອມມູນິດ ຈີນ

(VOVWORLD) - ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນທີ່ສຸດການພົວພັນກັບ ຈີນ ແລະ ປາດຖະໜາຢ່າງຈິງໃຈຕໍ່ການພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ
ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບ ທູດພິເສດຂອງເລຂາທິການໃຫຍ່ພັກກອມມູນິດ ຈີນ - ảnh 1 ທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຟູ໋ຈ້ອງຕ້ອນຮັບ ທ່ານ ຈູ໋ງທາວ

ທີ່ການຕ້ອນຮັບທ່ານ ຈູ໋ງທາວ ທູດພິເສດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິນຜິງ ໃນຕອນບ່າຍວັນທີ 1 ພະຈິກ ຢູ່ສຳນັກງານສູນກາງພັກກອມມູນິດ ຫວຽດນາມ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນທີ່ສຸດການພົວພັນກັບ ຈີນ ແລະ ປາດຖະໜາຢ່າງຈິງໃຈຕໍ່ການພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ ພ້ອມກັນມີຜົນປະໂຫຍດກັບຈີນ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັັ້ນໜັກວ່າ ຫວຽດນາມ ຖືເປັນສຳຄັນທີ່ສຸດການຢ້ຽມຢາມທາງລັດຖະກິດເຖິງ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ APEC ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິນຜິງ.

        ສ່ວນທ່ານ ຈູ໋ງທາວ ທູດພິເສດຂອງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິນຜິງ ຢືນຢັນວ່າ: ພັກ, ລັດ, ປະຊາຊົນ ຈີນ ແລະ ໃນນາມສ່ວນຕົວທ່ານເລຂາທິການໃຫຍ່ ສີຈິນຜິງ ຖືເປັນສຳຄັນການພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບ ຫວຽດນາມ, ປາດຖະໜາວ່າ 2 ຝ່າຍນຳການພົວພັນ ຫວຽດນາມ - ຈີນ ໃນໄລຍະໃໝ່ ພັດທະນາເປັນປົກກະຕິ ແລະ ເຂົ້າສູ່ລວງເລິກ.

ຕອບກັບ

ຂ່າວ/ບົດ​ອື່ນ