ເວທີປາໄສການຮ່ວມມືດ້ານກະສິກຳຫວຽດນາມ-ຍີ່ປຸ່ນ

ເວທີປາໄສການຮ່ວມມືດ້ານກະສິກຳຫວຽດນາມ-ຍີ່ປຸ່ນ - ảnh 1
ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ ກະ​ສິ​ກຳ ຫວຽດ​ນາມ - ຍີ່​ປຸ່ນ

(vovworld)- ຕອນ​ບ່າຍ​ວັນ​ທີ 27/9 ຢູ່ ຮ່າ​ໂນ້ຍ, ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຫວຽດ​ນາມ  ສົມ​ທົບ​ກັບ​ກະ​ຊວງ​ກະ​ສິ​ກຳ​ ປ່າ​ໄມ້ ການ​ປະ​ມົງ ຍີ່​ປຸ່ນ ໄດ້​ຈັດ​ຕັ້ງ “ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ ກະ​ສິ​ກຳ ຫວຽດ​ນາມ - ຍີ່​ປຸ່ນ”, ເພື່ອ​ແນ​ໃສ່​ແລກ​ປ່ຽນ​ຂໍ້​ມ​ູນ​ຂ່າວ​ສານ, ແບ່ງ​ປັນ​ບົດ​ຮຽນ​ກ່ຽວ​ກັບ​ກາ​ລະ​ໂອ​ກາດ​ການ​ລົງ​ທຶນ, ຮ່ວມ​ທຸ​ລະ​ກິດ ຮ່ວມ​ສຳ​ພັນ ​ລະ​ຫວ່າງວິ​ສາ​ຫະ​ກິດ​ສອ​ງ​ປະ​ເທດ​ໃນ​ຂົງ​ເຂດ​ກະ​ສິ​ກຳ. ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມເວ​ທີ​ປາ​ໄສ​ໄດ້​ສັງ​ເກດ​ວ່າ: ການ​ລົງ​ທຶນ​ໃນ​ຂົງ​ເຂດ​ກະ​ສິ​ກຳ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫລາຍ​ຢ່າງ​ເມ​ື່ອ​ທຽບ​ໃສ່​ຂະ​ແຫນງ​ອື່ນ ແລະ ປະ​ສິດ​ທິ​ຜົນ​ການ​ລົງ​ທຶນ, ມູນ​ຄ່າ​ເພີ່ມ​ຂອງ​ກະ​ສິ​ກຳ​ບັນ​ລຸ​ລະ​ດັບບໍ່​ສູງ​ເມື່ອ​ທຽບ​ໃສ່​ກັບ​ການ​ລົງ​ທຶນ​ໃນ​​ຂົງ​ເຂດອຸດ​ສາ​ຫະ​ກຳ, ສະ​ນັ້ນ ການ​ສົ່ງ​ເສີມ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນ​ເຂົ້າ​ຮ່ວມ​ການ​ລົງ​ທຶນໂດຍ​ກົງ, ​ການຮ່ວມ​ທຸ​ລະ​ກິດ, ຮ່ວມ​ສຳ​ພັນມີ​ຄວາມ​ໝາຍ​ສຳ​ຄັນ​ຍິ່ງ. ວິ​ສາ​ຫະ​ກິດ​ຍີ່​ປຸ່ນ ສະ​ແດງ​ຄວາມ​ປາດ​ຖະ​ຫນາ​ຢາກ​ຫວຽດ​ນາມ ສືບ​ຕໍ່​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ທຸ​ລະ​ກິດ​ຮ່ວມ​ສຳ​ພັນ​ລະ​ຫວ່າງວິ​ສາ​ຫະ​ກິດ​ສອງ​ປະ​ເທດ ແລະ ການ​ຮ່ວມ​ມື​ລະ​ຫວ່າງ ຍີ່​ປຸ່ນ ແລະ ຫວຽດ​ນາມ, ປະ​ກອບ​ສ່ວນ​ປະ​ຕິ​ບັດ “ວິ​ໄສ​ທັດການ​ຮ່ວມ​ມືດ​້ານ​ກະ​ສິ​ກຳ ຫວຽດ​ນາມ - ຍີ່​ປຸ່ນ ​ໄລ​ຍະ​ກາງ ແລະ ໄລ​ຍະ​ຍາວ​” ສຳ​ເລັດ​ຜົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ