ເວທີປາໄສອາຊຽນ-ຍີ່ປຸ່ນຄັ້ງທີ 34

(VOVWORLD) -ຫວຽດນາມ ໄດ້ຈັດຕັ້ງການເຄື່ອນໄຫວສຳຄັນ 2 ຄັ້ງນັ້ນແມ່ນເວທີປາໄສອາຊຽນ - ຍີ່ປຸ່ນ ຄັ້ງທີ 34 ແລະ ກອງປະຊຸມຫົວເລື່ອງສະເພາະກ່ຽວກັບ “ການຮ່ວມມືອາຊຽນ - ຍີ່ປຸ່ນ ເພື່ອຄວາມວັດທະນາຖາວອນ” ໂດຍນອນໃນຂອບເຂດຂໍໍ້ລິເລີ່ມວັນອາຊຽນ - ຍີ່ປຸ່ນ ຢູ່ຫວຽດນາມ, ໃນລະຫວ່າງວັນທີ 03 – 04 ມິຖຸນາ.

ເວທີປາໄສອາຊຽນ-ຍີ່ປຸ່ນຄັ້ງທີ 34 - ảnh 1 ເວທີປາໄສອາຊຽນ-ຍີ່ປຸ່ນຄັ້ງທີ 34

(ພາບ: TTXVN)

ດ້ວຍບົດບາດແມ່ນປະເທດປະສານງານການພົວພັນອາຊຽນ - ຍີ່ປຸ່ນ, ໄລຍະ 2018 – 2021, ຫວຽດນາມ ໄດ້ຈັດຕັ້ງການເຄື່ອນໄຫວສຳຄັນ 2 ຄັ້ງນັ້ນແມ່ນເວທີປາໄສອາຊຽນ - ຍີ່ປຸ່ນ ຄັ້ງທີ 34 ແລະ ກອງປະຊຸມຫົວເລື່ອງສະເພາະກ່ຽວກັບ “ການຮ່ວມມືອາຊຽນ - ຍີ່ປຸ່ນ ເພື່ອຄວາມວັດທະນາຖາວອນ” ໂດຍນອນໃນຂອບເຂດຂໍໍ້ລິເລີ່ມວັນອາຊຽນ - ຍີ່ປຸ່ນ ຢູ່ຫວຽດນາມ, ໃນລະຫວ່າງວັນທີ 03 – 04 ມິຖຸນາ.

        ເວທີປາໄສອາຊຽນ - ຍີ່ປຸ່ນ ຄັ້ງທີ 34 ແມ່ນການສົນທະນາປະຈຳປີຂັ້ນເຈົ້າໜ້າທີຂັ້ນສູງຂອງ 2 ຝ່າຍ. ເວທີປາໄສໄດ້ແລກປ່ຽນກ່ຽວກັບການກຳນົດທິດຊຸກຍູ້ການພົວພັນຄູ່ຮ່ວມມືອາຊຽນ - ຍີ່ປຸ່ນ ບົນຈິດໃຈຖະແຫຼງການຮ່ວມ ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງອາຊຽນ - ຍີ່ປຸ່ນ ຜ່ານກອງປະຊຸມຂັ້ນສູງອາຊຽນ - ຍີ່ປຸ່ນ ຄັ້ງທີ 21 ປີ 2018, ແລກປ່ຽນບັນດາບັນຫາຢູ່ພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ແລະ ກອງປະຊຸມສຸດຍອດອາຊຽນ - ຍີ່ປຸ່ນ ໃນປີ 2019.

        ສ່ວນກອງປະຊຸມຫົວເລື່ອງສະເພາະ “ການຮ່ວມມືອາຊຽນ - ຍີ່ປຸ່ນ ເພື່ອຄວາມວັດທະນາຖາວອນ” ດ້ວຍຫົວຂໍ້ຕົ້ນຕໍລວມມີ: ຍູ້ແຮງການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານອາຊຽນ - ຍີ່ປຸ່ນ; ການຮ່ວມມືອາຊຽນ - ຍີ່ປຸ່ນ ກ່ຽວກັບການພັດທະນານະຄອນອັດສະລິຍະ, ກະສິກຳຄຸນນະພາບສູງ ແລະ ບັນຫາອັດຕາພົນລະເມືອງໃນເກັ່ນອາຍຸສູງຫຼາຍເກີນໄປ ແລະ ກາລະໂອກາດດຳເນີນທຸລະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ