ເວ​ທີ​ປາ​ໄສ​ເສດ​ຖະ​ກິດ ຫວຽດ​ນາມ​ຄັ້ງ​ທີ 5

(VOVWORLD) -ຕອນເຊົ້າວັນທີ 17 ທັນວາ, ຢູ່ຮ່າໂນ້ຍ, ຄະນະເສດຖະກິດສູນກາງໄດ້ສົມທົບກັບລັດຖະບານຈັດເວທີປາໄສເສດຖະກິດ ຫວຽດນາມ ຄັ້ງທີ 5 ຂຶ້ນ ດ້ວຍຫົວຂໍ້ “ເສດຖະກິດຫວຽດນາມ 2023: ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຮັບປະກັນຄວາມດູ່ນດ່ຽງໃຫຍ່, ຜ່ານຜ່າສິ່ງທ້າທາຍຢ່າງໝັ້ນແກ່ນ”

ບັນດານັກປະຖະກະຖາ ໄດ້ປຶກສາຫາລືກ່ຽວກັບບັນດາໝາກຜົນ ແລະ ບົດຮຽນທີ່ຖອດຖອນມາຈາກການບໍລິຫານເສດຖະກິດມະຫາພາກ ປີ 2022, ຮັບຮູ້ກາລະໂອກາດ, ຄວາມສ່ຽງ ແລະ ສິ່ງທ້າທາຍເຊິ່ງ ພື້ນຖານເສດຖະກິດ ຫວຽດນາມ ຕ້ອງປະເຊີນໜ້າ ໃນປີ 2023. ຜ່ານນັ້ນ, ກໍ່ຄາດຄະເນບັນດາກແຜນການເຕີບໂຕເສດຖະກິດ ແລະ ການບໍລິຫານເສດຖະກິດມະຫາພາກ ປີ 2023. ພ້ອມທັງ, ສະເໜີບັນດາກົນໄກ, ນະໂຍບາຍເພື່ອແນໃສ່ກຳແໜ້ນ ແລະ ຫັນກາລະໂອກາດເປັນລະອຽດ, ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ເພື່ອນຳພື້ນຖານເສດຖະກິດພັດທະນາຢ່າງແຮງໃນປີ 2023. ກ່າວຄຳເຫັນທີ່ເວທີປາໄສ, ນັກຊ່ຽວຊານດ້ານເສດຖະກິດ, ປ.ອ ເກິ່ນວັນລຶກຖືວ່າ:

        ຕ້ອງຍູ້ແຮງກ່ ວິວັດການສ້າງໂຄງປະກອບລະບົບການເງິນ, ທະນາຄານຄືນໃໝ່ໃຫ້ຫຼາຍກ່ວາອີກ, ພິເສດແມ່ນບັນດາອົງການການເງິນຊຸດໂຊມ ເພື່ອຮັບປະກັນການແຈກຢາຍ ແລະ ລະດົມແຫຼ່ງກຳລັງຢ່າງມີປະສິດທິຜົນກ່ວາອີກ. ວຽກງານນີ້ກໍ່ຮັບປະກັນການພັດທະນາແບບຍືນຍົງຂອງລະບົບການເງິນ, ຫຼີກລ້ຽງປະກົດການແກ້ງແຍ້ງບໍ່ປອດໄສຄືໄດ້ເກີດຂຶ້ນໃນໄລຍະຜ່ານມາ. ໜຶ່ງໃນບັນດາບັນຫາທີ່ຄວນໄດ້ຮັບການບຸລິມະສິດໃນປີ 2023 ແມ່ນຕ້ອງຮັບປະກັນການຊຳລະ, ຮັບປະກັນຄວາມປອດໄພຂອງລະບົບ, ແກ້ໄຂຄວາມຕ້ອງການຊຳລະຄືນພັນທະບັດທີ່ເຖິງກຳນົດໃຫ້ເປັນຢ່າງດີ, ເປັນຕົ້ນແມ່ນ ພັນທະບັດວິສາຫະກິດອະສັງຫາລິມະຊັບ.

ຕອບກັບ

ຂ່າວ/ບົດ​ອື່ນ