ເວ​ທີ​ປາ​ໄສ​ເສດ​ຖະ​ກິດ ຫວຽດ​ນາມ ຈະ​ດຳ​ເນີນ​ໃນ​ວັນ​ທີ 5 ມິ​ຖຸ​ນາ ຢູ່​ນະ​ຄອນ ໂຮ່​ຈີ​ມິນ

(VOVWORLD) -ຕອນເຊົ້າວັນທີ 31 ພຶດສະພາ, ຄະນະເສດຖະກິດສູນກາງພັກ ຄອມມູນິດ ຫວຽດນາມ ໄດ້ຈັດກອງປະຊຸມຖະແຫຼງຂ່າວແບບເຊິ່ງໜ້າຢູ່ນະຄອນຫຼວງ ຮ່າໂນ້ຍ ແລະ ແບບທາງໄກໂດຍເຊື່ອມຕໍ່ກັບນະຄອນ ໂຮ່ຈີມິນ ແນະນໍາກ່ຽວກັບເວທີປາໄສເສດຖະກິດ ຫວຽດນາມ ຄັ້ງທີ 4 ປີ 2022, ເຊິ່ງຈະດຳເນີນຢູ່ນະຄອນ ໂຮ່ຈີມິນ ໃນວັນທີ 5 ມິຖຸນາ.
ເວ​ທີ​ປາ​ໄສ​ເສດ​ຖະ​ກິດ ຫວຽດ​ນາມ ຈະ​ດຳ​ເນີນ​ໃນ​ວັນ​ທີ 5 ມິ​ຖຸ​ນາ ຢູ່​ນະ​ຄອນ ໂຮ່​ຈີ​ມິນ - ảnh 1ກອງປະຊຸມຖະແຫຼງຂ່າວ (ພາບ: VOV)

ເວທີປາໄສເສດຖະກິດ ຫວຽດນາມ ປີນີ້ ມີຫົວຂໍ້ “ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງຕິດພັນກັບການເຊື່ອມໂຍງເສດຖະກິດຢ່າງເລິກເຊິ່ງກວ້າງຂວາງໃນສະພາບການໃໝ່”, ຄາດວ່າຈະມີຜູ້ແທນທີ່ເປັນການນຳພັກ, ລັດ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ສະຖານທູດ, ສະຖານກົງສູນ, ບັນດາອົງການຈັດຕັ້ງສາກົນ, ນັກຊ່ຽວຊານເສດຖະກິດ, ວິສາຫະກິດ... ປະມານ 1.000 ທ່ານ ເຂົ້າຮ່ວມ.

        ເວທີປາໄສຄັ້ງນີ້ ຈະສົນທະນາໂດຍປີນອ້ອມຫົວຂໍ້ ເສດຖະກິດທົ່ວໂລກ ແລະ ບັນດາທ່າອ່ຽງໃຫຍ່ກ່ຽວກັບການຮ່ວມມືດ້ານເສດຖະກິດສາກົນໃນປັດຈຸບັນ; ຫວຽດນາມ ໃນພື້ນຖານເສດຖະກິດທົ່ວໂລກ… ທ່ານ ຫວໍວັນຮວານ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ, ຮອງຫົວໜ້າຄະນະຈັດຕັ້ງເວທີປາໄສເສດຖະກິດ ຫວຽດນາມ ຄັ້ງທີ 4 ໃຫ້ຮູ້ວ່າ:

        “ເວທີປາໄສຄັ້ງນີ້ຖືກຈັດຂຶ້ນຢູ່ນະຄອນ ໂຮ່ຈີມິນ ແມ່ນໂອກາດເພື່ອໃຫ້ນະຄອນໄດ້ສຳຜັດກັບແນວຄິດ, ທັດສະນະ, ຄວາມນຶກຄິດ, ວິທີເຮັດແບບໃໝ່. ນີ້ກໍແມ່ນໂອກາດເພື່ອຢັ້ງຢືນວ່າ ນະຄອນ ໂຮ່ຈີມິນ ສືບຕໍ່ສວມບົດບາດເປັນຫົວຈັດດ້ານເສດຖະກິດຂອງທົ່ວປະເທດ, ເສດຖະກິດຂອງນະຄອນພວມໄດ້ຮັບການຟື້ນຟູເທື່ອລະກ້າວ”.

       

ຕອບກັບ

ຂ່າວ/ບົດ​ອື່ນ