ເວເນຊູເອລາປະກາດບັນຊີລາຍຊື່ ສະມາຊິກໃນຄະນະ ລັດຖະບານ

ເວເນຊູເອລາປະກາດບັນຊີລາຍຊື່ ສະມາຊິກໃນຄະນະ ລັດຖະບານ - ảnh 1
ທ່ານ
Nelson Merentes ລັດຖະມົນຕີ​ກະຊວງ

​ການ​ເງິນ​ເວ​ເນ​ຊູ​ເອລາ​ຄົນ​ໃໝ່

(ພາບ:Reuters)

(vovworld)- ​ວັນ​ທີ 21/4, ທ່ານ Nicolas Maduro ​ປະທານາທິບໍດີ​ເວ​ເນ​ຊູ​ເອລາ ຄົນ​ໃໝ່​ໄດ້ປະກາດບັນຊີລາຍຊື່​ສະມາຊິກໃນຄະນະລັດຖະບານ​ໃໝ່​ດ້ວຍ​ບັນດາ​ທ່ານ​ໃນ​ລັດຖະບານ​ຂອງ​ສະ​ໄໝ​ປະທາ​ນາ​ບໍດີ Hugo Chavez ຄື: ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ, ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ, ລັດຖະມົນຕີກະຊວງ​ນ້ຳມັນບໍ່​. ທ່ານ Nicolas Maduro ​ກໍ່​ໄດ້​ແຕ່ງຕັ້ງລັດຖະມົນຕີ​ໃໝ່ 18 ທ່ານ ​ແລະ ຮອງ​ປະທານາທິບໍດີ​ໃໝ່ 6 ທ່ານ​. ​ໃນ​ໄລຍະ 6 ປີ​ຂ້າງ​ໜ້າ, ລັດຖະບານ​ຂອງ​ທ່ານ Nicolas Maduro ໃຫ້​ບຸລິມະສິດສອງ​ຈຸດໝາຍ​ຄື: ຍົກ​ສູງ​ປະສິດທິ​ຜົນ​ບໍລິຫານ ​ແລະ ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ, ຍຸດຕິ​ທຳ, ສັນຕິພາບ. ຄາດ​ວ່າ, ທ່ານ Nicolas Maduro ຈະ​ສືບ​ຕໍ່​ປະກາດ​ລາຍການ​ປະຕິບັດ​ງານ​ຂອງ​ລັດຖະບານ​ໃນ​ຊຸມ​ມື້​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ