ເສດຖະກິດຫວຽດນາມມີການເຕີບໂຕຢ່າງໜ້າປະທັບໃຈ

(VOVWORLD) -ພື້ນຖານເສດຖະກິດຫວຽດນາມ ຍັງໄດ້ຮັບການເຕີບໂຕຢ່າງໜ້າປະທັບໃຈ ໂດຍບໍ່ຫົວຊາຕໍ່ເສດຖະກິດທົ່ວໂລກຖືກຊຸດໂຊມ.
ເສດຖະກິດຫວຽດນາມມີການເຕີບໂຕຢ່າງໜ້າປະທັບໃຈ - ảnh 1 (ພາບປະກອບ: VGP)

ບົດຂຽນຂອງສຳນັກຂ່າວສານຝລັ່ງ AFP ເອົາລົງໃນເວັບໄຊໃນວັນທີ 27 ທັນວາ, ນັກຂ່າວໃຫ້ຮູ້ວ່າ, ເສດຖະກິດຫວຽດນາມ ໄດ້ຮັບການເຕີບໂຕຢ່າງໜ້າປະທັບໃຈໃນປີ 2019, ລື່ນກາຍຄາດໝາຍເຊິ່ງລັດຖະບານໄດ້ວາງອອກ. ຕາມຕົວເລກສະຖິຕິທີ່ໄດ້ປະກາດໃນວັນທີ 27 ທັນວາ ຢ່າງເປັນທາງການວ່າ, ລະດັບເຕີບໂຕຜະລິດຕະພັນພາຍໃນປະເທດ (GDP) ຂອງຫວຽດນາມໃນປີ 2019 ບັນລຸລະດັບ 7,02%; ລະດັບເຕີບໂຕຂອງວົງເງິນການຄ້ານຳເຂົ້າແມ່ນ 8,1%, ວົງເງິນສົ່ງອອກ - ນຳເຂົ້າບັນລຸເກືອບ 571 ຕື້ USD.

          ຜູ້ຂຽນບົດໄດ້ຢືນຢັນວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດມີລະດັບເຕີບໂຕໄວທີ່ສຸດຢູ່ພາກພື້ນອາຊີ ໃນໄລຍະ 1 ທົດສະວັດຜ່ານມາ. ການເຕີບໂຕ GDP ຂອງເສດຖະກິດຫວຽດນາມ ຕົ້ນຕໍແມ່ນຍ້ອນການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ ກໍ່ຄືບັນດາຜະລິດຕະພັນເຕັກໂນໂລຊີສູງ. ເມື່ອຕົ້ນປີ 2019, ຫວຽດນາມ ໄດ້ລົງນາມໃນຂໍ້ຕົກລົງການຄ້າກັບສະຫະພາບເອີລົບ (ອີຢູ) ໝັ້ນໝາຍວ່າຈະລົບລ້າງຮົ້ວກີດຂວາງດ້ານພາສີຫຼາຍຢ່າງ ແລະ ສ້າງເງື່ອນໄຂເພື່ອເປີດປະຕູຕະຫຼາດຢ່າງສຸດຂີດໃຫ້ແກ່ກັນ.

ຕອບກັບ

ຂ່າວ/ບົດ​ອື່ນ