ເສດຖະກິດ ຫວຽດນາມ ຮັກສາທ່າເຕີບໂຕແຮງໃນສະພາບແງ່ຫວັງທົ່ວໂລກຕົກຕ່ຳລົງ

(VOVWORLD) - ທ່າເຕີບໂຕແຮງຂອງປີ 2018 ສືບຕໍ່ໄດ້ຮັບການຮັກສາໃນໄຕມາດ 1 ປີ 2019. ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ການເຕີບໂຕຂອງ ຫວຽດນາມ ຫລຸດລົງ 6,8% ປີ 2019 ແລະ 6,7% ໃນປີ 2020 ແຕ່ຍັງຮັກສາໄດ້ລະດັບການເຕີບໂຕສູງກ່ວາໝູ່ໃນພາກພື້ນ.
ເສດຖະກິດ ຫວຽດນາມ ຮັກສາທ່າເຕີບໂຕແຮງໃນສະພາບແງ່ຫວັງທົ່ວໂລກຕົກຕ່ຳລົງ - ảnh 1 ເສດຖະກິດ ຫວຽດນາມ ຮັກສາທ່າເຕີບໂຕແຮງໃນສະພາບແງ່ຫວັງທົ່ວໂລກຕົກຕ່ຳລົງ

ເສດຖະກິດ ຫວຽດນາມ ຈະເຕີບໂຕ 6,8% ໃນປີ 2019 ແລະ 6,7% ໃນປີ 2020, ນີ້ແມ່ນການຄາດຄະເນໂດຍທະນາຄານພັດທະນາ ອາຊີ (ADB) ຍົກອອກມາໃນວາລະສານເສດຖະກິດປະຈຳປີລາຍງານແງ່ຫວັງການພັດທະນາ ອາຊີ (ADO) 2019, ພາກກ່ຽວກັບ ຫວຽດນາມ ໄດ້ຮັບການປະກາດໃນວັນທີ 03 ເມສາ ຢູ່ ຮ່າໂນ້ຍ. ທ່ານ ຫງວຽນມິງເກືອງ, ນັກຊ່ຽວຊານເສດຖະກິດຂອງ ADB ປະຈຳ ຫວຽດນາມ ໃຫ້ຮູ້ວ່າ:

        ທ່າເຕີບໂຕແຮງຂອງປີ 2018 ສືບຕໍ່ໄດ້ຮັບການຮັກສາໃນໄຕມາດ 1 ປີ 2019. ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ການເຕີບໂຕຂອງ ຫວຽດນາມ ຫລຸດລົງ 6,8% ປີ 2019 ແລະ 6,7% ໃນປີ 2020 ແຕ່ຍັງຮັກສາໄດ້ລະດັບການເຕີບໂຕສູງກ່ວາໝູ່ໃນພາກພື້ນ. ຕາມການຄາດຄະເນຂອງ ADB ແລ້ວ ໄພເງິນເຟີ້ສືບຕໍ່ໄດ້ຮັບການຄວບຄຸມຢູ່ໃນລະດັບ 3,5% ໃນປີ 2019 ແລະ ອາດຈະເພີ່ມຂຶ້ນ 3,8% ໃນປີ 2020 ຍ້ອນການດັດປັບສິນຄ້າບາງປະເພດໂດຍລັດຄຸ້ມຄອງ.

ຕອບກັບ

ຂ່າວ/ບົດ​ອື່ນ