ເສດຖະກິດ ອາເມລິກາ ມີການເຕີບໂຕຄືນໃໝ່ພາຍຫຼັງຖືກຊຸດໂຊມມາເປັນເວລາ 2 ໄຕມາດຢ່າງລຽນຕິດ
(VOVWORLD) -ບົດລາຍງານສະບັບຫຼ້າສຸດກ່ຽວກັບ GDP ໄດ້ຍົກອອກມາພາຍຫຼັງຊາວອາເມລິກາ ສະແດງຄວາມວິຕົກກັງວົນຕໍ່ໄພເງິນເຟີ້ ແລະ ຄວາມສ່ຽງຊຸດໂຊມໃນສະພາບການການເລືອກຕັ້ງສະພາແຫ່ງຊາດ ກາງອາຍຸການທີ່ໃກ້ຈະດຳເນີນນີ້.
ພາບປະກອບ: AFP/TTXVN |
ວັນທີ 27 ຕຸລາ, ກະຊວງການຄ້າ ອາເມລິກາ ໄດ້ປະກາດບັນດາຂໍ້ມູນໂດຍໃຫ້ຮູ້ວ່າ ພື້ນຖານເສດຖະກິດປະເທດນີ້ໄດ້ຢັ້ງຢືນລະດັບການເຕີບໂຕ 2,6% ໃນໄຕມາດທີ III ປີ 2022, ຢຸດຕິທ່າຊຸດໂຊມຢ່າງລຽນຕິດໃນ 2 ໄຕມາດຕົ້ນປີ. ການສົ່ງອອກເພີ່ມຂຶ້ນຢ່າງແຮງກ່ວາ ແລະ ດັດຊະນີການຊົມໃຊ້ແບບຍືນຍົງບວກກັບຕະຫຼາດແຮງງານພັດທະນາເປັນຢ່າງດີ ໄດ້ຊ່ວຍຟື້ນຟູການເຕີບໂຕຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງ ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ. ເຖິງຢ່າງໃດກໍ່ຕາມ, ທະນາຄານສະສົມສະຫະລັດອາເມລິກາ (FED) ໄດ້ເພີ່ມດອກເບ້ຍຂຶ້ນເຖິງ 5 ຄັ້ງ ໃນປີນີ້ ເພື່ອຄວບຄຸມກັດໄພເງິນເຟີ້ ແລະ ຄາດວ່າຈະສືບຕໍ່ເພີ່ມຂຶ້ນຢ່າງລຽນຕິດໃນເວລາຈະມາເຖິງ.
ບົດລາຍງານສະບັບຫຼ້າສຸດກ່ຽວກັບ GDP ໄດ້ຍົກອອກມາພາຍຫຼັງຊາວອາເມລິກາ ສະແດງຄວາມວິຕົກກັງວົນຕໍ່ໄພເງິນເຟີ້ ແລະ ຄວາມສ່ຽງຊຸດໂຊມໃນສະພາບການການເລືອກຕັ້ງສະພາແຫ່ງຊາດ ກາງອາຍຸການທີ່ໃກ້ຈະດຳເນີນນີ້.