ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມຕ້ອນຮັບຜູ້ບັນຊາການທະຫານບົກປາຊີຟິກ,ອາເມລິກາ

ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມຕ້ອນຮັບຜູ້ບັນຊາການທະຫານບົກປາຊີຟິກ,ອາເມລິກາ - ảnh 1
ພົນ​ເອກ Robert Brown ແລະ ພົນຕີ ຟານ​ວັນ​ຢາງ

(vovworld) – ຕອ​ນ​ບ່າຍ​ວັນ​ທີ 23/2, ຢູ່​ຮ່າ​ໂນ້ຍ, ພົນຕີ ຟານ​ວັນ​ຢາງ, ເສ​ນາ​ທິ​ການ​ໃຫຍ່ກອງ​ທັບ​ປະ​ຊາ​ຊົນ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໄດ້​ຕ້ອນ​ຮັບ​ທ່ານ ພົນ​ເອກ Robert Brown, ຜູ້​ບັນ​ຊາ​ການ​ທະ​ຫານ​ບົກ ປາ​ຊີ​ຟິກ ອາ​ເມ​ລິ​ກາ ແລະ ບັນ​ດາ​ສະ​ມາ​ຊິກ​ໃນ​ຄະ​ນະ​ເນື່ອງ​ໃນ​ໂອ​ກາດ​ມາ​ເຮັດ​ວຽກຢູ່ ຫວຽດ​ນາມ. ພົນຕີ ຟານ​ວັນ​ຢາງ ໄດ້​ຂ່ຳ​ນັບ​ຊົມ​ເຊີຍ ພົນ​ເອກ Robert Brown ແລະ ບັນ​ດາ​ສະ​ມາ​ຊິກ​ໃນ​ຄະ​ນະ​ເນື່ອງ​ໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ ແລະ ​ເຮັດ​ວຽກຢູ່ ຫວຽດ​ນາມ. ໄລ​ຍະ​ຜ່ານ​ມາ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ທະ​ຫານ, ປ້ອງ​ກັນ​ຊາດ ແລະ ກຳ​ລັງ​ທະ​ຫານ​ບົກ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ໄດ້ມີ​ບາດ​ກ້າວ​ພັດ​ທະ​ນາ​ຮອບ​ດ້ານ, ມີ​ປະ​ສິດ​ທິ​ຜົນ. ສອງ​ຝ່າຍ​ໄດ້​ມີ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ແລກ​ປ່ຽນ​ບົດ​ຮຽນ​ເຊິ່ງ​ກັນ ແລະ ກັນ, ໃນ​ນັ້ນ​ມີຫຼາຍ​ເນື້ອ​ໃນ​ຮ່ວມ​ມື​​ທີ່ມີ​ປະ​ສິດ​ທິ​ຜົນ.

        ພົນ​ເອກ Robert Brown ຖື​ວ່າ: ການ​ຢ້ຽມ​ຢາມ, ເຮັດ​ວຽກ​ຢູ່ ຫວຽດ​ນາມ ຄັ້ງ​ນີ້​ແມ່ນ​ໂອ​ກາດ​ເພື່ອ​​ໄດ້ຄະ​ນະ​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ປະ​ເທດ​ຊາດ, ຊາວ ຫວຽດ​ນາມ, ວຽກ​ງານ​ຝຶກ​ອົບ​ຮົມ, ປະ​ຕິ​ບັດ​ໜ້າ​ທີ່​ກູ້​ໄພ​ກ​ູ້​ຊີບ​ຢູ່ ຫວຽດ​ນາມ…


ຂ່າວ/ບົດ​ອື່ນ