ເສີມຂະຫຍາຍກຳລັງແຮງຂອງທົ່ວປວງຊົນທັງຊາດ,ນຳປະເທດຊາດສືບຕໍ່ກ້າວຂຶ້ນ

ເສີມຂະຫຍາຍກຳລັງແຮງຂອງທົ່ວປວງຊົນທັງຊາດ,ນຳປະເທດຊາດສືບຕໍ່ກ້າວຂຶ້ນ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີ​ນ​ຊາງ
ພາບ:vov

(vovworld)-​ເນື່ອງ​ໃນ​ໂອ​ກາດ​ປີ​ໃຫມ່ 2015, ທ່ານ​ປ​ະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ມີ​ບົດ​ຂຽນ​ທີ່​ພາດ​ຫົວ​ຂໍ້​ວ່າ: ​ຮັບ​ກາ​ລະ​ໂອ​ກາດ, ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງ​ທົ່ວ​ປວງ​ຊົນ​ທັງ​ຊາດ, ​ປົກ​ປັກຮັກ​ສາ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ, ນຳ​ປະ​ເທດ​ສືບ​ຕໍ່​ກ້າວ​ຂຶ້ນ.” ບັນ​ຫາ​ທຳ​ອິດ​ຊື່ງ​ບົດ​ຂຽນ​ຂອງ​ທ່ານ​ປະ​ທານ​ປະ​ເທດ​ໄດ້​ເຕື້ອງ​ເຖິງ ແມ່ນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ຖື​ວ່ານີ້​ແມ່ນ​ການ​ເລືອກ​ເຟັ້ນ​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ຂອງ​ຫວຽດ​ນາມ​ປະ​ຈຸ​ບັນ. ໃນ​ປີ 2015 ແລະ ຊຸມ​ປີ​ຕໍ່​ໄປ, ຫວຽດ​ນາມ ຕ້ອງ​ນຳ​ພື້ນ​ຖານ​ເສດ​ຖະ​ກິດ​ຫລຸດ​ພົ້ນ​ອອກ​ຈາກ​ສະ​ພາບ​ຊຸດ​ໂຊມ​ໂດຍ​ໄວ, ຟື້ນ​ຕົວ​ທ່າ​ເຕີບ​ໂຕ, ສືບ​ຕໍ່​ຍູ້​ແຮງ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່, ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ສຳ​ເລັດ​ຫນ້າ​ທີ່​ປ່ຽ​ນ​ໃຫມ່​ຮູບ​ແບບ​ການ​ຈະ​ເລີນ​ເຕີບ​ໂຕ ເພື່ອ​ສ້າງ​ຄຸນ​ນະ​ພາບ​ໃຫມ່, ລະ​ດັບ​ໃຫມ່​ທັດ​ທຽມ​ກັບ​ບັນ​ດາ​ປະ​ເທດ​ກ້າວ​ຫນ້າ​ໃນ​ພາກ​ພື້ນ.

        ກ່ຽວ​ກັບ​ຫນ້າ​ທີ່​​ປົກ​ປັກຮັກ​ສາ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ, ນີ້​ແມ່ນ​ຈຸດ​ໝາຍ​ຊື່ງ​ຫວຽດ​ນາມ​ຕັດ​ສິນ​ໃຈ​ສູ້​ຊົນ​ປະ​ຕິ​ບັດ​ໃຫ້​ໄດ້. ບົດ​ຂຽນ​ຂອງ​ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ກໍ​ຢືນ​ຢັນ ອະ​ທິ​ປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະ​ຂອງ​ປະ​ເທດ​ຊາດ​ແມ່ນ​ສິ່ງ​ທີ່​ສັກ​ກະ​ລະ​ບູ​ຊາ, ບໍ່​ໄດ້​ລ່ວງ​ລ້ຳ​ຢ່າງ​ເດັດ​ຂາດ. ຫວຽດ​ນາມ ຢືດ​ໝັ້ນ​ແກ້​ໄຂ​ບັນ​ດາ​ຄວາມ​ຂັດ​ແຍ້ງ​ໂດຍ​ສັນ​ຕິ​ວິ​ທີ, ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ. ເພື່ອ​ປະ​ຕິ​ບັດ​ບັນ​ດາ​ຫນ້າ​ທີ່​ວາງ​ອອກ​ໃຫ້​ໄດ້, ທ່ານ​ປະ​ທານ​ປະ​ເທດ ເຈີອງ​ເຕີນ​ຊ​າ​ງ ເນັ້ນ​ຫນັກ​ເຖິງ​ແນວ​ຄິດ​ຖື​ປະ​ຊາ​ຊົນ​ເປັນ​ກົກ​ເຄົ້າ, ກຳ​ລັງ​ແຮງ​ຂອງ​ປະ​ຊາ​ຊົນ​ແມ່ນ​ສິ່ງ​ສຳ​ຄັນ​ກວ່າ​ໝູ່. ພຽງ​ແຕ່​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ທົ່ວ​ປວ​ງ​ຊົນ, ກຸ່ມກ​້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ທັງ​ຊາດ​ຈື່ງ​ນຳ​ຫວຽດ​ນາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ໄດ້.

ຂ່າວ/ບົດ​ອື່ນ