ເສີມຂະຫຍາຍບົດບາດຂອງຊາວໜຸ່ມໃນການຍູ້ແຮງວິວັດການຫັນເປັນດີຈີຕອນ

(VOVWORLD) -ທີ່ເວທີປາໄສ, ບັນດານັກຄຸ້ມຄອງ, ນັກຊ່ຽວຊານ ໄດ້ແບ່ງປັນກ່ຽວກັບເຕັກໂນໂລຊີໃໝ່ ໜູນຊ່ວຍການພັດທະນາເສດຖະກິດກະສິກຳ
ເສີມຂະຫຍາຍບົດບາດຂອງຊາວໜຸ່ມໃນການຍູ້ແຮງວິວັດການຫັນເປັນດີຈີຕອນ - ảnh 1ທີ່ເວທີປາໄສ
(ພາບ: qdnd.vn)

ໃນຂອບເຂດລາຍການງານມະໂຫລານຊາວໜຸ່ມຊົນນະບົດທົ່ວປະເທດ ແລະ ພິທີມອບລາງວັນ ເລືອງດິ່ງກົວ ປີ 2021, ວັນທີ 24 ທັນວາ, ຢູ່ ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ  ໄດ້ຈັດເວທີປາໄສຊາວໜຸ່ມຊົນນະບົດທົ່ວປະເທດ ດ້ວຍຫົວຂໍ້ “ນຳໃຊ້ການຫັນເປັນດີຈີຕອນເຂົ້າໃນການເຊື່ອມຕໍ່ການສະໜອງ - ຄວາມຕ້ອງການ”.

        ທີ່ເວທີປາໄສ, ບັນດານັກຄຸ້ມຄອງ, ນັກຊ່ຽວຊານ ໄດ້ແບ່ງປັນກ່ຽວກັບເຕັກໂນໂລຊີໃໝ່ ໜູນຊ່ວຍການພັດທະນາເສດຖະກິດກະສິກຳ, ພື້ນຖານດີຈີຕອນຂາຍເຄື່ອງບັນລຸປະສິດທິຜົນ, ເຕັກໂນໂລຊີໃໝ່ໃນການໜູນຊ່ວຍການພັດທະນາເສດຖະກິດກະສິກຳ; ບັນດານະໂຍບາຍກ່ຽວຂ້ອງເຖິງການຫັນເປັນດີຈີຕອນ… ພ້ອມທັງສະເໜີມາດຕະການແກ້ໄຂຕໍ່ລັດຖະບານ ແລະ ບັນດາອົງການ ເພື່ອຮັບໃຊ້ການຫັນກະສິກຳເປັນດີຈີຕອນໃຫ້ດີກວ່າ ກໍຄືການນຳໃຊ້ການຫັນເປັນດີຈີຕອນເຂົ້າໃນການເຊື່ອມຕໍ່ການສະໜອງ - ຄວາມຕ້ອງການ.

ຕອບກັບ

ຂ່າວ/ບົດ​ອື່ນ