ເສີມຂະຫຍາຍບົດບາດຂອງ “ອຸດສາຫະກຳປຸງແຕ່ງ, ປະດິດສ້າງ” ເປັນກຳລັງໝູນຂອງພື້ນຖານເສດຖະກິດ

(VOVWORLD) -ໂລກລະບາດໂຄວິດ-19 ໄດ້ ແລະ ພວມສົ່ງຜົນກະທົບເຖິງຂົງເຂດການຜະລິດຂອງ ຫວຽດນາມ ໃນ 4 ເດືອນ ຕົ້ນປີ.

ການຜະລິດອຸດສາຫະກຳເດືອນເມສາຄາດວ່າຫຼຸດລົງເຖິງ 10,5% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ ແລະ ແມ່ນລະດັບຫຼຸດພຽງໜຶ່ງດຽວຂອງເດືອນເມສາໃນໄລຍະແຕ່ປີ 2016 ເຖິງປັດຈຸບັນ. ໄລ່ລວມ 4 ເດືອນຕົ້ນປີ 2020,  ການຜະລິດທົ່ວຂະແໜງອຸດສາຫະກຳ ເພີ່ມຂຶ້ນພຽງແຕ່ 1,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ນີ້ແມ່ນລະດັບຕ່ຳທີ່ສຸດໃນຫຼາຍປີຜ່ານມາ.

ທ່ານ ຫງວຽນງ້ອກແທ່ງ ຮອງຫົວໜ້າກົມອຸດສາຫະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ,ໃຫ້ຮູ້ວ່າ: ຍ້ອນໂລກລະບາດ ໂຄວິດ-19 ໄດ້ກໍ່ຜົນສະທ້ອນນັບທັງການສະໜອງ ແລະ ຄວາມຕ້ອງການສຳລັບຫຼາຍຂະແໜງອຸກສາຫະກຳປຸງແຕ່ງ, ປະດິດສ້າງທີ່ເປັນຈຸດສຸມ.

“ກ່ຽວກັບການເພີ່ມທະວີການສົ່ງອອກ, ພັດທະນາຕະຫຼາດ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ປະກາດໃຊ້ຄຳສັ່ງຂອງທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າກ່ຽວກັບການຜັນຂະຫຍາຍບັນດາມາດຕະການເພີ່ມທະວີການສົ່ງອອກ, ນຳເຂົ້າໃນສະພາບການໂລກລະບາດໂຄວິດ-19. ສຳລັບ ຕະຫຼາດ ເອີລົບ, ກະຊວງອຸດສາຫະກຳ ແລະ ການຄ້າ  ໄດ້ຍື່ນສະເໜີເຖິງລັດຖະບານຮ່າງແຜນການດຳເນີນງານເພື່ອກະກຽມໃຫ້ການປະຕີບັດສັນຍາ EVFTA. ແຜນການດຳເນີນງານນີ້ກຳນົດຢ່າງຈະແຈ້ງເປົ້າໝາຍ, ບັນດາໜ້າທີ່ຕົ້ນຕໍ ແລະ ບັນດາກະຊວງ, ຂະແໜງການກ່ຽວຂ້ອງໃນການປະຕິບັດຕາມວິວັດການລະອຽດ.

 

ຕອບກັບ

ຂ່າວ/ບົດ​ອື່ນ