ເຫດ​​ໄຟ​ໄໝ້ກ່ຳ​ປັ່ນ​ຂົນ​ສົ່ງ​ທາດ​ເຄ​ມີ​ຢູ່ນອກ​ຝັ່ງ ສີ​ລັງ​ກາ ແມ່ນ​ຄວາມ​ສ່ຽງ​ກໍ່​ໃຫ້​ເກີດ​ໄພ​ພິ​ບັດ​ລະ​ບ​ົບ​ຊີ​ວະ​ພາບ

(VOVWORLD) - ທະຫານເຮືອ ສີລັງກາ ໃຫ້ຮູ້ວ່າ: ກ່ຳປັ່ນຂົນສົ່ງທາດເຄມີນັບໂຕນ ຖືກໄຟໄໝ້ຢູ່ນອກຝັ່ງທະເລທາງທິດຕາເວັນຕົກຂອງ ສີລັງກາ ພວມຄ່ອຍໆຈົມນ້ຳ. ນີ້ແມ່ນໜຶ່ງໃນບັນດາໄພພິບັດໃນການເດີນເຮືອທີ່ຮ້າຍແຮງທີ່ສຸດໃນປະຫວັດສາດ ສີລັງກາ.
ເຫດ​​ໄຟ​ໄໝ້ກ່ຳ​ປັ່ນ​ຂົນ​ສົ່ງ​ທາດ​ເຄ​ມີ​ຢູ່ນອກ​ຝັ່ງ ສີ​ລັງ​ກາ ແມ່ນ​ຄວາມ​ສ່ຽງ​ກໍ່​ໃຫ້​ເກີດ​ໄພ​ພິ​ບັດ​ລະ​ບ​ົບ​ຊີ​ວະ​ພາບ - ảnh 1ເຫດໄຟໄໝ້ກ່ຳປັ່ນໝາຍເລກ MV X – Press ຢູ່ນອກຝັ່ງທະເລຕາເວັນຕົກ ສີລັງກາ (ພາບ: Reuters)

ກ່ຳປັ່ນໝາຍເລກ MV X – Press ເຊິ່ງໄດ້ຈົດທະບຽນຢູ່ ສິງກະໂປ ໄດ້ບັນທຸກທາດເຄມີເກືອບ 1,5 ພັນໂຕນ. ກ່ຳປັ່ນລຳດັ່ງກ່າວ ຖືກຕິດຄ້າງຢູ່ນອກຝັ່ງທະເລທາງທິດຕາເວັນຕົກ ເມື່ອເກີດເຫດໄຟໄໝ້ໃນວັນທີ 20 ພຶດສະພາ. ຮອດວັນທີ 1 ມິຖຸນາ, ບັນດາເຈົ້າໜ້າທີ່ຈຶ່ງຄວບຄຸມສະພາບການໄຟໄໝ້ໄດ້ຢ່າງສິ້ນເຊີງ. ມີຕູ້ container ບັນຈຸທາດເຄມີຫຼາຍຕູ້ຖືກໄຟໄໝ້ ແລະ ຈົມນ້ຳ. ບັນດານັກຊ່ຽວຊານໃຫ້ຮູ້ວ່າ, ເມັດຢາງພະລາດສະຕິກນັບໂຕນ ໄດ້ພັດເຂົ້າຝັ່ງທະເລ, ອັນໄດ້ເກີດວິກິດການສິ່ງແວດລ້ອມທີ່ຮ້າຍແຮງທີ່ສຸດ ເຊິ່ງປະເທດນີ້ຕ້ອງປະເຊີນໜ້າໃນຫຼາຍທົດສະວັດຜ່ານມາ. ໄພພິບັດດັ່ງກ່າວ ອາດຈະຮ້າຍແຮງກວ່າອີກ ຖ້າຫາກວ່າ ປະລິມານນ້ຳມັນກວ່າ 320 ໂຕນໃນກ່ຳປັ່ນດັ່ງກ່າວ ໄຫຼອອກມະຫາສະໝຸດອິນເດຍ.


ຕອບກັບ

ຂ່າວ/ບົດ​ອື່ນ