ເອກອັກຄະລັດຖະທູດຫວຽດນາມປະຈຳແບນຊີກແລະອີຢູປະຕິເສດຖ້ອຍທຳນອງທີ່ຜິດພາດຂອງເອກອັກຄະລັດຖະທູດຈີນ

ເອກອັກຄະລັດຖະທູດຫວຽດນາມປະຈຳແບນຊີກແລະອີຢູປະຕິເສດຖ້ອຍທຳນອງທີ່ຜິດພາດຂອງເອກອັກຄະລັດຖະທູດຈີນ - ảnh 1
ທ່ານ ຟ້າ​ມ​ແຊງ​ເຈົາ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ
(ພາບ: Vietnam+)

(vovworld) – ວັນ​ທີ 17/7, ທ່ານ ຟ້າ​ມ​ແຊງ​ເຈົາ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ​ ປະຈຳ​ລາຊະ​ອານາຈັກ ​ແບນ​ຊີກ, ລຸກ​ຊຳ​ບວກ ​ແລະ ຢູ່​ຄຽງຂ້າງ​ສະຫະພາບ​ເອີ​ລົບ (EU) ​ໄດ້​ມີ​ບົດ​ຂຽນ​ໃນ​ເວັບ​ໄຊ NewEurope ດ້ວຍ​ຫົວ​ຂໍ້​ວ່າ: “ຄວາມ​ຈິງທີ່ປະກອບສ່ວນ​ເຮັດ​​ໃຫ້​ນ້ຳ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ສະ​​ອາດ​”, ​ໃນ​ນັ້ນ​ໄດ້​ປະຕິ​ເສດ​ຖ້ອຍທຳນອງ​ທີ່​ຜິດພາດ​ຂອງ​ເອກ​ອັກຄະ​ລັດຖະທູດ ຈີນ ປະຈຳ​ແບນ​ຊິກ ​ແລະ ອີ​ຢູ ຢ໋າງ​ແຢນອີ໋ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ.

    ທ່ານ​​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ຟ້າ​ມ​ແຊງ​ເຈົາ ຢືນຢັນ​ວ່າ: ຫວຽດນາມ ມີ​ພະຍານ​ຫຼັກ​ຖານ​ດ້ານ​ນິຕິ​ກຳ, ປະຫວັດສາດ​ຢ່າງ​ພຽງພໍ​ເພື່ອ​ພິສູດ​ໃຫ້​ເຫັນ​ວ່າ: ລັດ ຫວຽດນາມ ​ໄດ້​ສ້າງ​ຕັ້ງ ​ແລະ ປະຕິບັດ​ອະທິປະ​ໄຕ​ຢູ່​ໝູ່​ເກາະ ຮ່ວາງ​ຊາ ​ນັບແຕ່​ສະຕະວັດ​ທີ 17. ສິ່ງ​ດັ່ງກ່າວ​ໄດ້​ລະບຸ​ໄວ້​ຢ່າງ​ຈະ​ແຈ້ງ​ໃນ​ບັນດາ​ເອກະສານ​ປະຫວັດສາດ​ທາງ​ການ​ຂອງ ຫວຽດນາມ ​ແລະ ບັນດາ​ປະ​ເທດ​ໃນ​ໂລກ. ກົງກັນ​ຂ້າມ, ຝ່າຍ ຈີນ ພັດບໍ່​ມີ​ພະຍານ​ຫຼັກ​ຖານ​ໃດໆ​​ເພື່ອ​ສາມາດ​ພິສູ​ດ​ໄດ້​ວ່າ​ຈົນ​ໄດ້​ກຳນົດ ​ແລະ ປະຕິບັດ​ອະ​ທິປະ​ໄຕ​ສຳລັບ​ໝູ່​ເກາະ​ນີ້.

    ທ່ານ​​ເອກ​ອັກຄະ​ລັດຖະທູດ ຟ້າ​ມ​ແຊງ​ເຈົາ ກໍ່​ເນັ້ນ​ໜັກ​ວ່າ: ​ເພື່ອ​ພິສູດ​ໃຫ້​ໂລກ​ເຫັນ​​ໄດ້ວ່າ: ຈີນ​ມີ​ເຈດ​ຕະນາ​ດີ​ຢາກ​​ເຮັດ​ໃຫ້​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ມີ​ຄວາມ​ສະຫງົບ​ ​ແລະ ​ເພື່ອ​ພິສູ​ດ​ໃຫ້​ເຫັນການ​ກະທຳ​ຂອງ ຈີນ​ຍາມ​ໃດ​ກໍ່​ໄປ​ຄຽງ​ຄູ່​ກັບ​ຄຳ​ເວົ້າ, ຈີນຕ້ອງ​ຢຸດຕິ​ບັນດາ​ການ​ກະທຳ​ລ່ວງ​ລ້ຳ​ອະທິປະ​ໄຕ, ອຳ​ນາດ​ອະທິປະ​ໄຕ ​ແລະ ອຳນາດ​ສານ​ຂອງ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອ​ນຄຽງ, ປະ​ຕິ​ບັດ​ກົດໝາຍ​ສາກົນ​ຢ່າງ​ຖືກຕ້ອງ, ພິ​ເສດ​ແມ່ນ UNCLOS 1982   ​ແລະ ບໍ່​ໄດ້​ຕັ້ງ​ຮ້ານ​ເຈາະ​ນ້ຳ​ມັນ ​ແລະ ນຳ​ກຳລັງ​ປ້ອງ​ກັນ​ເຂົ້າ​ເຄື່ອນ​ໄຫວ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ ຫວຽດນາມ ຄືນ​ໃໝ່ອີກ.



ຂ່າວ/ບົດ​ອື່ນ