ເອ​ຢິບ ແລະ ລັດ​ເຊຍ ເພີ່​ມ​ທະ​ວີ​ຄວາມ​ມາ​ນະ​ພະ​ຍາ​ຍາມ ເພື່ອ​ແກ້​ໄຂ​ວິ​ກິດ​ການ​ຢູ່ ລີ​ບີ

(VOVWORLD) -ທ່ານປະທານາທິບໍດີ El-Sisi ໄດ້ແບ່ງປັນກັບທ່ານປະທານາທິບໍດີ Putin ກ່ຽວກັບເລື່ອງ ເອຢິບ ພວມມານະພະຍາຍາມຊຸກຍູ້ໄລຍະຂ້າມຜ່ານທາງການເມືອງ ແລະ ໜູນຊ່ວຍຄວາມມຸ່ງມາດປາດຖະໜາຢາກມີຄວາມເສລີຂອງຊາວລີບີ ໃນການຄັດເລືອກຜູ້ນຳພາປະເທດຊາດ.



ວັນທີ 25 ທັນວາ, ທ່ານປະທານາທິບໍດີ ເອຢິບ Abdel Fattah El-Sisi ໄດ້ໂອ້ລົມທາງໂທລະສັບ ກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ເພື່ອແນໃສ່ປຶກສາຫາລືກ່ຽວກັບສະພາບການຢູ່ລີບີ ແລະ ການພົວພັນສອງຝ່າຍ. ຕາມນັ້ນແລ້ວ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ຈະເພີ່ມທະວີຄວາມມານະພະຍາຍາມ ແລະ ການສົມທົມນຳກັນ ເພື່ອແກ້ໄຂວິກິດການ ຢູ່ ລີບີ, ເພື່ອຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນປະເທດນີ້, ຮັບມືກັບພວກກະບົດປະກອບອາວຸດ ແລະ ອົງການການກໍ່ການຮ້າຍ, ພ້ອມທັງຢຸດຕິການແຊກແຊງຢ່າງຜິດກົດໝາຍຂອງຕ່າງປະເທດເຂົ້າບັນດາບັນຫາຂອງລີບີ.

ທ່ານປະທານາທິບໍດີ El-Sisi ໄດ້ແບ່ງປັນກັບທ່ານປະທານາທິບໍດີ Putin ກ່ຽວກັບເລື່ອງ ເອຢິບ ພວມມານະພະຍາຍາມຊຸກຍູ້ໄລຍະຂ້າມຜ່ານທາງການເມືອງ ແລະ ໜູນຊ່ວຍຄວາມມຸ່ງມາດປາດຖະໜາຢາກມີຄວາມເສລີຂອງຊາວລີບີ ໃນການຄັດເລືອກຜູ້ນຳພາປະເທດຊາດ.

ໃນການພົວພັນສອງຝ່າຍ, ທ່ານ El-Sisi ໄດ້ຢັ້ງຢືນຄວາມມຸງມາດປາດຖະໜາຂອງໂຣມີ ເພື່ອແນໃສ່ຮັດແໜ້ນການຮ່ວມມືກັບມົດສະກູ ໃນທຸກຂົງເຂດ, ສ້າງບັນດາໂຄງການ່ຮວມມືລວມ ຢູ່ເອຢິບ.

ສ່ວນທ່ານ ປະທານາທິບໍດີ Putin ໄດ້ຕີລາຄາສູງການພັດທະນາການພົວພັນສອງຝ່າຍກັບ ເອຢິບ ໃນຂອບເຂດຂໍ້ຕົກລົງຄູ່ຮ່ວມມື ແລະ ການຮ່ວມມືຍຸດທະສາດລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ