ເອີລົບກາຍເປັນໃຈກາງໂລກລະບາດໂຄວິດ-19

(VOVWORLD) -ທົ່ວໂລກໄດ້ຢັ້ງຢຶນມີຜູ້ຕິດເຊື້ອພະຍາດ ໂຄວິດ-19 ທັງໝົດກ່ວາ 49 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 1,23 ຄົນ.
ເອີລົບກາຍເປັນໃຈກາງໂລກລະບາດໂຄວິດ-19 - ảnh 1 (ພາບປະກອບ: THX/TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 6 ພະຈິກ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢຶນມີຜູ້ຕິດເຊື້ອພະຍາດ ໂຄວິດ-19 ທັງໝົດກ່ວາ 49 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 1,23 ຄົນ.

       ອາເມລິກາ ຍັງແມ່ນ “ຈຸດຮ້ອນເຮັງ” ຂອງໂລກລະບາດໂຄວິດ-19. ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 6 ພະຈິກ (ຕາມເວລາຫວຽດນາມ), ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ປະເທດນີ້ແມ່ນ 9,9 ລ້ານຄົນ, ເພີ່ມຂຶ້ນ 111.000 ຄົນໃນຮອບເວລາ 24 ຊົ່ວໂມງຜ່ານມາ. ໃນນັ້ນມີຜູ້ເສຍຊີວິດ 241.000 ຄົນ, ເພີ່ມຂຶ້ນ 1.81 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

        ໃນຂະນະນັ້ນ, ວັນທີ 05 ພະຈິກ, ຍີ່ປຸ່ນ ໄດ້ແຈ້ງໃຫ້ຊາບວ່າ, ປະເທດກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຈຳນວນ 1.050 ຄົນ. ນີ້ແມ່ນຄັ້ງທຳອິດທີ່ມີຈຳນວນຜູ້ຕິດໂລກລະບາດລາຍໃໝ່ໃນມຶ້ໜຶ່ງຢູ່ປະເທດນີ້ລື່ນກາຍຕົວເລກ 1.000 ຄົນ ນັບແຕ່ວັນທີ 21 ສິງຫາ, ນັບແຕ່ເມື່ອປະເທດນີ້ເລີ່ມຫຼຸດຜ່ອນບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ