ເອົາໃຈໃສ່ເບິ່ງແຍງຄອບຄົວທຸກຍາກແລະເດັກປະສົບກັບຄວາມຫຍຸ້ງຍາກນໂອກາດຕ້ອນຮັບປີໃໝ່

ເອົາໃຈໃສ່ເບິ່ງແຍງຄອບຄົວທຸກຍາກແລະເດັກປະສົບກັບຄວາມຫຍຸ້ງຍາກນໂອກາດຕ້ອນຮັບປີໃໝ່ - ảnh 1
​ການ​ພົບ​ປະ, ຍ້ອງຍ​ໍ​ບັນ​ດາ​ວິ​ສາ​ຫະ​ກິດ​ດີ​ເດັ່ນ
ແລະ ຂົນ​ຂວາຍ​ສະ​ໜັບ​ສະ​ໜູນ​ປີ​ໃໝ່ປີ​ລະ​ກາ 2017
(ພາບ: TTXVN)

(vovworld) - ​​​ຕອນ​ຄ່ຳ​ວັນ​ທີ 04/01, ຢູ່​ນະ​ຄອນ​ວິງ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ເງະ​ອານ ໄດ້​ຈັດ​ການ​ພົບ​ປະ, ຍ້ອງຍ​ໍ​ບັນ​ດາ​ວິ​ສາ​ຫະ​ກິດ​ດີ​ເດັ່ນ ແລະ ຂົນ​ຂວາຍ​ສະ​ໜັບ​ສະ​ໜູນ​ປີ​ໃໝ່ປີ​ລະ​ກາ 2017. ທີ່​ພິ​ທີ, ​ຫົວ​ໜ່ວຍ, ວິ​ສາ​ຫະ​ກິດ 178 ແຫ່ງ, ໄດ້​ບໍ​ລິ​ຈ​າກ ແລະ ສະ​ໜັບ​ສະ​ໜູນ​ບຸນ​ປີ​ໃໝ່​ເພື່ອ​ຄົນ​ທຸກ​ຍາກ​ປີ​ລະ​ກາ 2017 ໄດ້​ກວ່າ 32 ຕື້​ດົງ.

        ຕອນ​ບ່າຍ​ວັນ​ທີ 04/01, ພະ​ແນກ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ, ​ຄັງ​ອຸ​ປະ​ກະ​ລະ​ເດັກ​ແຂວງ​ລອງ​ອານ ໄດ້​ຈັດ​ພິ​ທີ​ມອບ​ຂ​ອງ​ຂວັນ 100 ພູດເຊິ່ງ​ມີ​ມູນ​ຄ່າ 100 ລ້ານ​​ດົ່ງ​ໃຫ້​ບັນ​ດາ​ເດັກ​​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່.

        ໃນ​ລະ​ຫວ່າງວັນ​ທີ 03 – 04/01, ສະ​ພາ​ກາ​ແດງ​ແຂວງກອ​ນ​ຕູມ ໄດ້​ມອບ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ 22 ຫຼັງ, ແຕ່​ລະ​ຫຼັງ​ມີ​ມູນ​ຄ່າ 50 ລ້ານ​ດົ່ງໃຫ້​ບັນ​ດາ​ຄອບ​ຄົວ​ທຸກ​ຍາກ​ຊາວ​ເຜົ່າ​ສ່ວນ​ນ້ອຍ ຢູ່​ເມືອງ ດັກ​ຮ່າ ແລະ ນະ​ຄອນກອນ​ຕູມ. ເປົ້າ​ໝາຍ​ທີ່​ໄດ້​ຮັບ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ​ແມ່ນ​ບັນ​ດາ​ຄອບ​ຄົວ​ທຸກ​ຍາກ, ພິ​ເສດ​ແມ່ນ​ຊາວ​ເຜົ່າ​ສ່ວນ​ນ້ອຍ ໃນ​ເກນ​ອາ​ຍຸ​ແຕ່ 40 – 80 ປີ.

        ຢູ່​ແຂວງ​ນິງ​ທ້ວນ ໄດ້​ຫັກ​ເງິນກວ່າ 13 ຕື້​ດົ່ງ​ເພື່ອມອບ​ເປັນ​ຂອງ​ຂວັນ ແລະ ໜູນ​ຊ່ວຍ​ໃຫ້ເກືອບ 57.000 ເປົ້າ​ໝາຍ​ນະ​ໂຍ​ບາຍ, ເຊິ່ງ​ແມ່ນ​ບັນ​ດາທະ​ຫານ​ເສຍ​ອົງ​ຄ​ະ, ຄອບ​ຄົວນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ, ເປົ້າ​ໝາຍ​ຄອບ​ຄົວ​ທຸກ​ຍາກ; ປະ​ຊາ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ, ເປົ້າ​ໝາຍອຸ​ປະ​ກະ​ລະ​ສັງ​ຄົມ​ແມ່ນ​ຜູ້​ເຖົ້າ​ຜູ້​ແກ່​ເຊິ່ງ​ມີ​ອາ​ຍຸ​ແຕ່ 80 ປີ​ຂຶ້ນ​ໄປ, ເດັກ​ກຳ​ພ້າ…

ຂ່າວ/ບົດ​ອື່ນ