ເຮືອບິນຂອງ Malaysia Airlines ຕ້ອງກັບຄືນ ອົດສະຕາລີ ພາຍຫລັງຖືກນາບຂູ່ວາງລະເບີດ

(VOVWORLD) - ວັນທີ 31 ພຶດສະພາ, ທ່ານ Abdul Aziz Kaprawi ຮອງລັດຖະມົນຕີກະຊວງຄົມມະນາຄົມ ມາເລເຊຍ ໃຫ້ຮູ້ວ່າ: ເຮືອບິນລຳໜຶ່ງຂອງບໍລິສັດການບິນ Malaysia Airlines ຕ້ອງໄດ້ລົງຈອດຢູ່ສະໜາມບິນຢູ່ນະຄອນ Melbourne ຂອງປະເທດ ອົດສະຕາລີ
ເຮືອບິນຂອງ Malaysia Airlines ຕ້ອງກັບຄືນ ອົດສະຕາລີ ພາຍຫລັງຖືກນາບຂູ່ວາງລະເບີດ - ảnh 1 (ພາບປະກອບ)


ພາຍຫລັງມີຜູ້ໂດຍສານຄົນໜຶ່ງໃນເຮືອບິນນາບຂູ່ວ່າ ໄດ້ເອົາລະເບີດມານຳລູກດຽວ. ສາຍການບິນມີລະຫັດ MH128, ດ້ວຍໄລຍະບິນແຕ່ Melbourne ເຖິງນະຄອນຫລວງ ກົວລາລຳເປີ ຂອງປະເທດມາເລເຊຍ, ບິນຂຶ້ນຕອນເວລາ 23 ໂມງ 11 ນາທີ (ຕາມເວລາທ້ອງຖິ່ນ) ແລະ ລົງຈອດພາຍຫລັງບິນຂຶ້ນໄດ້ 30 ນາທີ. ຕາມທ່ານ Abdul Aziz Kaprawi ແລ້ວ, ຜູ້ໂດຍສານຄົນນີ້ເປັນຊາວ ສີລັງກາ, ມີອາການເມົາເຫຼົ້າ ແລະ ຢືນຢັນວ່າ ໄດ້ເອົາລະເບີດມານຳລູກໜຶ່ງ, ແຕ່ຄວາມຈິງແລ້ວ ແມ່ນ Power Bank (ປິ່ນນອກ)

 

ຕອບກັບ

ຂ່າວ/ບົດ​ອື່ນ