ເຮືອບິນMH370ຫາຍສາບສູນບໍ່ກ່ຽວຂ້ອງເຖິງຈຸບິນ

ເຮືອບິນMH370ຫາຍສາບສູນບໍ່ກ່ຽວຂ້ອງເຖິງຈຸບິນ - ảnh 1
ພາບ​ປະ​ກອບ

(vovworld) – ຕາມ​ບົດ​ລາຍ​ງານ​ຂອງ​ອົງ​ການ​ສືບ​ສວນ​ສາ​ກົນ ກ່ຽວ​ກັບ​ເຫດ​ການ​​ເຮືອ​ບິນ​ໝາຍ​ເລກ MH 370 ຂອງ​ບໍ​ລິ​ສັດ​ການ​ບິນແຫ່ງ​ຊາດ ມາ​ເລ​ເຊຍ (Malaysia Airlines) ຫາຍ​ສາບ​ສ​ູນເຊິ່ງປະ​ກາດ​ເມື່ອ​ວັນ​ທີ 8/3 ແລ້ວ, ໜ່ວຍ​ສືບ​ສວນ​ໄດ້​ສືບ​ສວນ​ຢ່າງ​ລະ​ອຽດ​ທຸກໆຂໍ້​ມ​ູນ​​​ທີ່​ກ່ຽວ​ຂ້ອງ​ເຖິງ​ຖ້ຽວ​ບິນ MH 370 ຈາກ​ບັນ​ດາ​ສຳ​ເນົາ​ເອ​ກະ​ສານ​ສ່ວນ​ຕົວ, ຈິດ​ຕະ​ສາດ, ບັນ​ດາ​ບັນ​ຫາ​ການ​ເງິນຂອງ​ຈຸ​ບິນ ເຊິ່ງ​ລວມ​ມີ​ສະ​ມາ​ຊິກ 10 ຄົນ. ບົດ​ລາຍ​ງານ​ໃຫ້​ຮູ້​ວ່າ: ບໍ່​ມີ​ສັນ​ຍານ​ໃດ​ສະ​ແດງ​ໃຫ້​ເຫັນ​ມີ​ການ​ກະ​ທຳ​ຜິດ​ປົກ​ກະ​ຕິ, ​ການປ່ຽນ​ແປງ​ຄວາມ​ລຶ້ງ​ເຄີຍ ຫຼື ຄວາມ​ນິ​ຍົມ, ບໍ່ມີ​ສັນ​ຍາ​ນກ່ຽວ​ກັບ​ການໃຊ້​ຢາ​ເສຍ​ຕິດ ແລະ ເຫຼົ້າ​ຂ​ອງ​ຫົວ​ໜ້າ, ຮອງ​ຫົວ​ໜ້າ ແລະ ສະ​ມາ​ຊິກ​ທັງ​ໝົດໃນ​ຈຸ​ບິນ​ດັ່ງ​ກ່າວ… ດັ່ງ​ນັ້ນ​ໜ່ວຍ​ສືບ​ສວນ​ປະ​ຕິ​ເສດ​​ກໍ​ລະ​ນີ​ເຮື​ອ​ບິນ MH 370 ຫາຍ​ສາບ​ສູນ​ແມ່ນກ່ຽວ​ຂ້ອງ​ເຖິງ​ຈຸ​ບິນຂອງ​ຖ້ຽວ​ບິນ​ດັ່ງ​ກ່າວ.


ຂ່າວ/ບົດ​ອື່ນ