ແຂວງ, ນະຄອນຕ່າງໆ ຂຶ້ນກັບສູນກາງລ້ວນແຕ່ ມີສູນນຳໃຊ້ຄວາມກ້າວ ໜ້າວິທະຍາສາດ ໃນປີ 2015

ແຂວງ, ນະຄອນຕ່າງໆ ຂຶ້ນກັບສູນກາງລ້ວນແຕ່ ມີສູນນຳໃຊ້ຄວາມກ້າວ ໜ້າວິທະຍາສາດ ໃນປີ 2015 - ảnh 1
ພາບປະກອບ

(vovworld) – ​ນາ​ຍົກ​ລັດຖະມົນຕີຫາ​ກໍ​ປະ​ກາດ​ໃຊ້​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ອະນຸມັດ​ຜ່ານ ​ໂຄງການ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ຂອງ​ສູນ​ນຳ​ໃຊ້​ຄວາມ​ກ້າວໜ້າ​ວິທະຍາ​ສາດ ​ແລະ ​ເທ​ັກ​ໂນ​ໂລ​ຢີ, ສູນ​ເຕັກນິກ​ມາດຕະຖານ​ວັດ​ແທກຄຸນ​ນະພາ​ບ​ຂອງ​​ບັນດາ​ແຂວງ, ນະຄອນຂຶ້ນ​ກັບ​ສູນ​ກາງ. ຕາມ​ນັ້ນ​ແລ້ວ, ​ໂຄງການ​ວາງ​ອອກ​ຄາດໝາຍ​ໄລຍະ 2012 – 2015, ຮັບປະກັນ​ບັນດາ​ແຂວງ, ນະ​ຄອນ​ຂຶ້ນ​ກັບ​ສູນ​ກາງລ້ວນ​ແຕ່​ມີ​ສູນ​ນຳ​ໃຊ້​ຄວາມ​ກ້າວໜ້າ​ຂອງ​ວິທະຍາສາດ ​ແລະ ​ເທ​ັກ​ໂນ​ໂລ​ຢີ ​ແລະ ສູນ​ເຕັກນິກ​ມາດຕະຖານ​ວັດ​ແທກ​ຄຸນ​ນະພາ​ບ. ສູນ​ທຸກໆ​ແຫ່ງໄດ້​ຮັບ​ການ​ລົງທຶນ​ກໍ່ສ້າງ, ບູລະນະ​ຫ້ອງການ​ສຳນັກງານ, ​ໂຮງ​ຈັກ​ໂຮງ​ງານ.​.​.​ ສູນ​ເຕັກນິກ​ມາດຕະຖານ​ວັດ​ແທກ​ຄຸນ​ນະພາ​ບທຸກໆ​ແຫ່ງມີ​ຄວາມ​ສາມາດ​ຢ່າງ​ພຽງພໍເພື່ອ​ກວດກາ​ຢ່າງ​ໜ້ອຍ​ສຸດ​ແມ່ນ 40% ພາຫະນະ​ວັດ​ແທກ​ທົ່ວ​ໄປ ​ໃນ​ສາລະບານກວດກາ​ໃນ​ບໍລິ​ເວນ​ແຂວງ, ນະຄອນ. ສູ້​ຊົນ​ໄລຍະ 2016 – 2020, 100% ສູນ​ໄດ້​ຮັບ​ການ​ລົງທຶນ​ເພີ່ມ​ທະວີປະກອບ​ວັດຖຸອຸປະກອນ, ຕອບ​ສະໜອງ​ບົດບາດ, ໜ້າ​ທີ່ ​ແລະ ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່ວາງ​ອອກ.

ຂ່າວ/ບົດ​ອື່ນ