ແຂວງ ບິ່ງ​ເຟືອກ ລົງ​ທຶນ​ເຊື່ອມ​ຕໍ່​ລະ​ຫວ່າງ​ເຂດ, ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ

(VOVWORLD) - ວັນທີ 23 ທັນວາ, ແຂວງ ບິ່ງເຟຶອກ ໄດ້ຈັດຕັ້ງກອງປະຊຸມສົ່ງເສີມການລົງທຶນ ດ້ວຍຫົວຂໍ້ “ບິ່ງເຟືອກ - ຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດລົງທຶນ”.

ແຂວງ ບິ່ງ​ເຟືອກ ລົງ​ທຶນ​ເຊື່ອມ​ຕໍ່​ລະ​ຫວ່າງ​ເຂດ, ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈື່ອງຮວ່າບິ່ງ ພ້ອມດ້ວຍຄະນະຜູ້ແທນ (ພາບ: baotainguyenmoitruong.vn)

ກອງປະຊຸມດັ່ງກ່າວ ໄດ້ສະໜອງຂໍ້ມູນກ່ຽວກັບສະພາບເສດຖະກິດ, ສັງຄົມ, ການເຊື່ອມຕໍ່ ແລະ ສົ່ງເສີມການລົງທຶນ.  ບິ່ງເຟືອກແມ່ນນອນໃນເຂດເສດຖະກິດຈຸດສຸມທາງພາກໃຕ້ ຫວຽດນາມ ດ້ວຍມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາອຸດສາຫະກຳ, ກະສິກຳໝູນໃຊ້ເຕັກໂນໂລຢີສູງ, ພັດທະນາການຄ້າ, ການບໍລິການ logistic; ການທ່ອງທ່ຽວຊີວະພາບ…

        ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮວ່າບິ່ງ ໄດ້ຕັກເຕືອນວ່າ ແຂວງບິ່ງເຟືອກ ຄວນໃຫ້ບຸລິມະສິດລົງທຶນໃສ່ພື້ນຖານໂຄງລ່າງເພື່ອເຊື່ອມຕໍ່ລະຫວ່າງເຂດ; ນຳໃຊ້ເນື້ອທີ່ດິນຂອງລັດຢ່າງມີປະສິດທິຜົນ, ສ້າງການຮ່ວມສຳພັນລະບົບມູນຄ່າ, ກໍ່ສ້າງ, ພັດທະນາເຄື່ອງໝາຍການຄ້າກັບທ້ອງຖິ່ນ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດເພື່ອຕອບສະໜອງຄວາມຕ້ອງການຂອງວິສາຫະກິດ.

        ເນື່ອງໃນໂອກາດນີ້, ແຂວງ ບິ່ງເຟືອກ ໄດ້ເປີດໂຮງງານ CPV Food ທີ່ມີຂອບຂະໜາດໃຫຍ່ ແລະ ທັນສະໄໝທີ່ສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍລະບົບຜະລິດຫົວອາຫານ ແລະ ລ້ຽງສັດຄົບວົງຈອນ ນັບແຕ່ຟາມຕະຫຼອດຮອດການປຸງແຕ່ງ.


ຕອບກັບ

ຂ່າວ/ບົດ​ອື່ນ