ແຂວງ Ninh Thuan ລະນຶກ 20 ປີ ແຫ່ງວັນສ້າງຕັ້ງ

ແຂວງ Ninh Thuan  ລະນຶກ 20 ປີ ແຫ່ງວັນສ້າງຕັ້ງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc
ພາບ: internet

(vovworld) -  ຕອນ​ເຊົ້າ​ວັນ​ທີ ່1/4 ​ແຂວງ Ninh Thuan ຈັດ​ຕັ້ງ​ການ​ລະນຶກ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແຂວງ​ຄືນ​ໃຫມ່ (1/4/1992 - 1/4/2012/ ​ແລະ ລະນຶກ 37 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ແຂວງ Ninh Thuan (16/4/1975 - 16/4/2012). ​ເມື່ອ​ທຽບ​ໃສ່​ກັບ​ຊຸມ​ປີ​ທີ່​ຫາ​ກໍ​ສ້າງ​ຕັ້ງ​ຂຶ້ນ, ລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ເສດຖະກິດ​ສະ​ເລ່ຍຂອງ​ແຂວງ Ninh Thuan ບັນ​ລຸກ​ວ່າ 8%/ປີ. ສະພາບ​ການການ​ເມືອງ​ເສດຖະກິດ, ວັດທະນະທຳ -ສັງຄົມ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ແຂວງ Ninh Thuan ມີ​ການ​ຫັນປ່ຽນ​ຢ່າງ​ເຫັນ​ໄດ້​ຊັດ ​ແລະ ຍາມ​ໃດ​ກໍ​ບັນລຸ​ຄາດໝາຍ​ທີ່​ໄດ້​ວາງ​ອອກ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້ ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ຖື​ວ່າ:

        “​ແຂວງ Ninh Thuan ຄວນ​ປະກາດ​ຢ່າງ​ກວ້າງຂວາງ ​ແລະ ສ້າງ​​ແຜນການ​ລະອຽດ​ເພື່ອ​ຜັນ​ຂະຫຍາຍ​ການວາງ​ແຜນ​ກຳນົດ, ມີ​ນະ​ໂຍບາຍ​ເໝາະ​ສົມ​ເພື່ອ​ດຶງ​ດູດ​ນັກ​ລົງທຶນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ​ແຂວງ Ninh Thuan ຕ້ອງ​ປະຕິບັດ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ລັດ ​ກ່ຽວ​ກັບ​ການ​ລົງທຶນ​ບັນດາ​ກິດຈະກຳ​ຈຸດ​ສຸມ​ແຫ່ງ​ຊາດ​ຢູ່​ໃນ​ບໍລິ​ເວນ​ແຂວງ ​ເພື່ອ​ປະກອບສ່ວນ​ຫັນປ່ຽນ​ອົງ​ປະກອບ​ເສດຖະກິດ​ຂອງ​ທ້ອງ​ຖິ່ນ.”

 

ຕອບກັບ

ຂ່າວ/ບົດ​ອື່ນ