ແຈ້ງອາການສຸຂະພາບເອເລັກໂຕນິກແບບບັງຄັບຢູ່ບັນດາຖ້ຽວບິນພາຍໃນປະເທດ

(VOVWORLD) -ຜູ້ໂດຍສານແຈ້ງອາການສຸຂະພາບອອນລາຍໃນເວັບໄຊຂອງກະຊວງສາທາລະນະສຸກທີ່ລະຫັດ tokhaiyte.vn ຫຼື ແຈ້ງຜ່ານແອັບອາການສຸຂະພາບ “Vietnam Health Declaration”
ແຈ້ງອາການສຸຂະພາບເອເລັກໂຕນິກແບບບັງຄັບຢູ່ບັນດາຖ້ຽວບິນພາຍໃນປະເທດ - ảnh 1 (ພາບປະກອບ: TTXVN)

ຜູ້ຕາງໜ້າບໍລິສັດການບິນ Vietnam Airlines ແລະ Bamboo Airways ຫາກໍ່ແຈ້ງຂ່າວວ່າ, ໂດຍປະຕິບັດຕາມຄຳຮຽກຮ້ອງຂອງບັນດາອົງການເຈົ້າໜ້າທີ່ເພື່ອປະກອບສ່ວນເຂົ້າໃນການກວດພົບກໍລະນີຕິດເຊື້ອພະຍາດ ແລະ ສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ-19 ໂດຍໄວ, ບໍລິສັດການບິນ Vietnam Airlines ແລະ Bamboo Airways ໄດ້ອອກແຈ້ງການໃຫ້ຮູ້ວ່າ ກ່ອນທີ່ຈະເດີນທາງໃນບັນດາຖ້ຽວບິນຢູ່ພາຍໃນປະເທດ, ຜູ້ໂດຍສານທຸກຄົນຕ້ອງແຈ້ງອາການສຸຂະພາບເອເລັກໂຕນິກແບບບັງຄັບ.

        ຜູ້ໂດຍສານແຈ້ງອາການສຸຂະພາບອອນລາຍໃນເວັບໄຊຂອງກະຊວງສາທາລະນະສຸກທີ່ລະຫັດ tokhaiyte.vn ຫຼື ແຈ້ງຜ່ານແອັບອາການສຸຂະພາບ “Vietnam Health Declaration” ໂດຍດາວໂຫຼດໃສ່ໂທລະສັບມືຖືຜ່ານ CH Play ຫຼື App Store. ນອກນັ້ນ, ຢູ່ບັນດາຈຸດແຈ້ງປີ້ຂອງ 2 ບໍລິສັດການບິນນີ້ກໍ່ໄດ້ມີປ້າຍແນະນຳການແຈ້ງອາການສຸຂະພາບອອນລາຍໃຫ້ຜູ້ໂດຍສານ.

ຕອບກັບ

ຂ່າວ/ບົດ​ອື່ນ