ແນວໂຮມປະເທດຊາດ ຫວຽດນາມ ແລະ ທະນາຄານແຫ່ງລັດຫວຽດນາມ ສົມທົບກັນປະຕິບັດງານ

ແນວໂຮມປະເທດຊາດ ຫວຽດນາມ ແລະ ທະນາຄານແຫ່ງລັດຫວຽດນາມ ສົມທົບກັນປະຕິບັດງານ - ảnh 1
2 ຝ່າຍ​ສົມທົບ​ກັນ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ໂຄສະ​ນາ​
ບັນດາ​ແຜນ​ນະ​ໂຍບາຍ, ​ແນວ​ທາງ​ຂອງ​ພັກ, ນະ​ໂຍບາຍ​ກົດໝາຍ​ຂອງ​ລັດ
(ພາບ: chinhphu.vn)


(vovworld) - ຕາມ​​ແຜນ​ສົມທົບ​ກັນ​ປະຕິບັດ​ງານ​ເຊິ່ງ​ໄດ້​ລົງ​ນາມ​ເມື່ອ​ຕອນ​ບ່າຍ​ວັນ​ທີ 05/03 ລະຫວ່າງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ທະນາຄານ​ແຫ່ງ​ລັດ​ຫວຽດນາມ, 2 ຝ່າຍ​ສົມທົບ​ກັນ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ໂຄສະ​ນາ​ບັນດາ​ແຜນ​ນະ​ໂຍບາຍ, ​ແນວ​ທາງ​ຂອງ​ພັກ, ນະ​ໂຍບາຍ​ກົດໝາຍ​ຂອງ​ລັດ, ຂໍ້​ກຳນົດ​ຂອງ​ທະນາຄານ​ແຫ່ງ​ລັດ​ຫວຽ​ດນາມ ​ໃນ​ຂົງ​ເຂດ​ເງິນຕາ​ທະນາຄານ​ຢ່າງ​ກວ້າງ​ຂວາງ; ກຳນົດ​ທິດ​ຍຸດ​ທະ​ສາດ​ຂອງ​ທະນາຄານ, ບັນດາ​ບັນຫາ​ກຽວ​ຂ້ອງ​ເຖິງ​ສິດ, ຜົນ​ປະ​ໂຫຍດ​ຂອງປະຊາຊົນ, ​ເພື່ອ​ແນ​ໃສ່​ກຳນົດທິດ​ຫາງ​ສຽງ ​ແລະ ປະຕິບັດ​ແຜນ​ນະ​ໂຍບາຍ​ຂອງ​ພັກ​ ​ແລະ ລັດ. 2 ຝ່າຍ​ສົມທົບ​ກັນ​ຜັນ​ຂະຫຍາຍ​ບັນດາ​ການ​ຕິດຕາມ​ກວດກາ ​ແລະ ຄົ້ນຄວ້າ, ສະ​ເໜີ​ການ​ສົມທົບ​ກັນ​ຕິດຕາມ​ກວດກາ​ການ​ປະຕິ​ບັດບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ກ່ຽວ​ກັບ​ຂົງ​ເຂດ​ເງິນ​ຕາ ​ໃນ​ບັ້ນ​ຂົນຂວາຍ​ຜັນ​ຂະຫຍາ​ຍບັນດາ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ຮັບປະກັນ​ຊີວິດ​ສັງຄົມ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ລົງ​ນາມ, ທ່ານນປະທານ​ຄະນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ຢືນຢັນ​ວ່າ, ການ​ສົມທົບ​ກັນປະຕິບັດ​ງານ​ລະຫວ່າງຄະນະ​ກຳມະການສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ທະນາຄານ​ແຫ່ງ​ລັດ​ຫວຽດນາມ ​ແມ່ນ​ບ້າ​ດກ້າວ​ເລີ່​ມຕົ້ນ​ສຳຄັນ, ​ໄດ້​ເປັນ​ຂີດ​ໝາຍ​ໃຫ້​​ແກ່ໄລຍະ​ຮ່ວມ​ມື​ໃໝ່​ລະຫວ່າງ 2 ສຳນັກງານໃນ​ໄລ​ຍະ​ຈະ​ມາ​ເຖິງ, ​ເພື່ອ​ແນ​ໃສ່​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມ, ປະກອບສ່ວນ​ພັດທະນາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ