ແບ່ງປັນຄວາມຫຍຸ້ງຍາກກັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ

ແບ່ງປັນຄວາມຫຍຸ້ງຍາກກັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ - ảnh 1
(ພາບປະກອບ)

(vovworld) - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 52 ປີ​ແຫ່ງ​ວັນ​ເພື່ອຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນຫວຽດນາມ (10 ສິງຫາ 1961 – 10 ສິງຫາ 2013), ບັນດາ​ອົງການສຳນັກງານ, ອົງການ​ຈັດ​ຕັ້ງ​ຂຶ້ນ​ກັບສູນ​ກາງ ​ແລະ ​ແຂວງ​ນິງບິ່ງ ​ໄດ້​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ຢ້ຽມຢາມ​ຖາມ​ຂ່າວ, ມອບ​ຂອງຂວັນ​ໃຫ້​ບັນດາຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນ ດ້ວຍ​ຈຳນວນ​ເງິນ​ເກືອ​ບ 130 ລ້ານ​ດົງ. ​ເນື່ອງ​ໃນ​ໂອກາດນີ້, ນັກ​ຂ່າວສານ​ຫວຽດນາມ ສາຂາ​ແຂວງ​ນິງບິ່ງ ​ໄດ້​ຫັກ​ເງິນ 3 ລ້ານ​ດົງ​ຈາກ​ກອງ​ທຶນ​ຄວາມ​​ເຈັບ​ປວຍຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນຂອງສຳນັກ​ຂ່າວສານ​ຫວຽດນາມ ​​ເພື່ອ​ມອບ​ໃຫ້ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນ 10 ຄົນ ຢູ່​ບັນດາ​ເມືອງ, ນະຄອນ, ​ເທດສະບານ​ເມືອງ​ໃນ​ບໍລິ​ເວັນ​ແຂວງ. ຕາມ​ຕົວ​ເລກ​ສະຖິຕິ​ຂອງ​ສະມາຄົມຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນ​ແລ້ວ​, ​ໃນ​ບໍລິ​ເວັນ​ແຂວງ​ນິງບິ່ງ ມີຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນ 4.686 ຄົນ, ​ໃນ​ນັ້ນ​ຜູ້​ຖືກ​ຕິດທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນ​​ໂດຍ​ກົງ​ເມື່ອ​ເຂົ້າ​ຮ່ວມ​ການ​ສູ້​ຮົບ​ແມ່ນ 2.684 ຄົນ.
ຂ່າວ/ບົດ​ອື່ນ