ແຜ່ນດິນໄຫວ, ຄື້ນຟອງຍັກຢູ່ອິນໂດເນເຊຍ: ຈໍານວນຜູ້ເສຍຊີວິດ ແລະ ຮັບບາດເຈັບເພີ່ມຂຶ້ນສູງ

(VOVWORLD) -ຈໍານວນຜູ້ເສຍຊີວິດ ແລະ ຮັບບາດເຈັບໃນເຫດແຜ່ນດິນໄຫວ ແລະ ຄື້ນຟອງຍັກຢູ່ເຂດກາງ ແຂວງ Sulawesi ໄດ້ເພີ່ມຂຶ້ນເປັນ 2.045 ຄົນແລ້ວ. 

ຕອນບ່າຍວັນທີ 10 ຕຸລາ, ອົງການຄຸ້ມຄອງໄພພິບັດທໍາມະຊາດແຫ່ງຊາດ ອິນໂດເນເຊຍ (BNPB) ໃຫ້ຮູ້ວ່າ: ຈໍານວນຜູ້ເສຍຊີວິດ ແລະ ຮັບບາດເຈັບໃນເຫດແຜ່ນດິນໄຫວ ແລະ ຄື້ນຟອງຍັກຢູ່ເຂດກາງ ແຂວງ Sulawesi ໄດ້ເພີ່ມຂຶ້ນເປັນ 2.045 ຄົນແລ້ວ. ກໍ່ຕາມ BNPB ແລ້ວ,  ປະຈຸບັນ ມີຜູ້ຮັບບາດເຈັບເກືອບ 10.700 ຄົນ, ໃນນັ້ນ ມີຜູ້ຖືກບາດເຈັບໜັກແມ່ນກວ່າ 2.500 ຄົນ ແລະ ປະຈຸບັນມີຫຼາຍຄົນຖືກຫາຍສາບສູນ.

        ຕາມແຜນການແລ້ວ, ບັ້ນເຄື່ອນໄຫວຊອກຫາຜູ້ຖືກຫາຍສາບສູນໂດຍອົງການຊອກຫາກູ້ໄພກູ້ຊີບແຫ່ງຊາດ ອິນໂດເນເຊຍ ປະຕິບັດຈະຖືກຢຸດຕິນັບແຕ່ວັນທີ 11 ຕຸລາ ເນື່ອງຈາກວ່າ ຄວາມຫວັງໃນການຊອກເຫັນຜູ້ຍັງມີຊີວິດພາຍຫຼັງເກີດໄພພິຍັດ ມາເປັນເວລາ 14 ວັນນັ້ນ ເບິ່ງຄືວ່າບໍ່ມີອີກແລ້ວ ແລະ ມີຄວາມສ່ຽງອາດຈະເກີດພະຍາດແຜ່ລາມພາຍໃນເຂດ. 

ຕອບກັບ

ຂ່າວ/ບົດ​ອື່ນ