ໂຈນສະລັດໂຊມາເລຍໄດ້ປ່ອຍຕົວປະກັນ 26 ຄົນ, ໃນນັ້ນມີຊາວຫວຽດນາມ

ໂຈນສະລັດໂຊມາເລຍໄດ້ປ່ອຍຕົວປະກັນ 26 ຄົນ, ໃນນັ້ນມີຊາວຫວຽດນາມ - ảnh 1
ສະ​ມາ​ຊິກ​ກ່ຳ​ປັ່ນ​ຫາ​ປາ Naham 3 ຖືກ​ໂຈນ​ສະ​ລັດ​ລອ​ບ​ຈັບ​ຕົວ
(ພາບ: Oceans Beyond Piracy)

(vovworld) - ​ວັນ​ທີ 22/10, ລັດ​ຖະ​ບານ ໂຊ​ມາ​ເລຍ ແຈ້ງວ່າ, ກຸ່ມໂຈນ​ສະ​ລັດນອກ​ຝັ່ງ​ທະ​ເລ​ປະ​ເທດນີ້ ໄດ້​ປ່ອຍ​​ຕົວ​ປະ​ກັນ​ຊາວ​ອາ​ຊີ 26 ຄົນ ເຊິ່ງ​ແມ່ນ​ສະ​ມາ​ຊິກ​ກ່ຳ​ປັ່ນ​ຫາ​ປາ Naham 3 ຖືກ​ໂຈນ​ສະ​ລັດ​ລອ​ບ​ຈັບ​ຕົວ​ແຕ່​ປີ 2012 ຢູ່​ທະ​ເລ​ມະ​ຫາ​ສະ​ມຸດ​ອິນ​ເດຍ. ໃນ​ຈຳ​ນວນ​ຜູ້​ຖືກ​ປ່ອຍ​ຕົວ​ມີ​ຊາວ​ຫວຽດ​ນາມ. ບັນ​ດາ​ຜູ້​ໄດ້​ປ່ອຍ​ຕົວ​ນີ້​ຈະ​ໄດ້​ພາ​ໄປ​ເຖິງ​ນະ​ຄອນ​ຫຼວງ Nairobi ຂອງ Kenya. ກັບ​ຕັນ ກ່ຳ​ປັ່ນ Naham 3 ຖືກ​​ເສຍ​ຊີ​ວິດ​ໃນ​ເຫດ​ບຸກ​ໂຕມ​ຕີ​ຂອ​ງ​ພວກໂຈນ​ສະ​ລັດ​ກ່ອນນີ້ 4 ປີ ແລະ ລູກ​ເຮືອ 2 ຄົນ​ຖືກ​ເສຍ​ຊີ​ວິດ​ໃນ​ເວ​ລາ​ຖືກ​ກັກ​​ຂັງ.

ຂ່າວ/ບົດ​ອື່ນ