ໂທ​ລະ​ເລກ, ຈົດ​ໝາຍ​ແບ່ງ​ເບົ່າ​ກັບ ຫວຽດ​ນາມ ຍ້ອນ​ຖືກ​ພະ​ຍຸ​ເລກ​ທີ 3

(VOVWORLD) - ຄະນະບໍລິຫານງານສູນກາງພັກ ປຊຊ ກຳປູເຈຍ ຫວັງວ່າ ປຊຊ ຫວຽດນາມ ຈະຜ່ານຜ່າຄວາມເສຍຫາຍໂດຍໄວ, ສ້າງຊີວິດເປັນປົກກະຕິ.
ໂທ​ລະ​ເລກ, ຈົດ​ໝາຍ​ແບ່ງ​ເບົ່າ​ກັບ ຫວຽດ​ນາມ ຍ້ອນ​ຖືກ​ພະ​ຍຸ​ເລກ​ທີ 3 - ảnh 1

(ພາບ: VOV)

   ໂດຍໄດ້ຮັບຂ່າວວ່າບັນດາແຂວງທາງພາກເໜືອ ຫວຽດນາມ ຖືກຜົນສະທ້ອນຢ່າງໜັກໜ່ວງຈາກພະຍຸເລກທີ 3 ນັ້ນ, ໃນຊຸມວັນຜ່ານມາ, ການນຳບັນດາປະເທດ ແລະ ອົງການຈັດຕັ້ງສາກົນຈຳນວນໜຶ່ງໄດ້ສົ່ງໂທລະເລກ, ຈົດໝາຍຢື້ຢາມຖາມຂ່າວ ມາຍັງການນຳພັກ, ລັດ ແລະ ປຊຊ ຫວຽດນາມ.

  ທ່ານນາຍົກລັດຖະມົນຕີ ຈີນ ຫຼີກວາງ ໄດ້ສະແດງຄວາມເຫັນອົກເຫັນໃຈອັນເລິກເຊິ່ງ ແລະ ສົ່ງຄຳຢື້ຢາມຖາມຂ່າວອັນຈິງໃຈ ມາຍັງ ປຊຊ ເຂດປະສົບເຄາະຮ້າຍ; ສະແດງຄວາມເຊື່ອໝັ້ນວ່າ ໂດຍພາຍໃຕ້ການນຳພາຂອງພັກ, ລັດຖະບານ, ປຊຊ ເຂດປະສົບເຄາະຮ້າຍຈະເອົາຊະນະຕໍ່ໄພທຳມະຊາດຢ່າງແນ່ນອນ, ຟື້ນຟູຊີວິດ ແລະ ການຜະລິດເປັນປົກກະຕິໂດຍໄວ.

   ຄະນະບໍລິຫານງານສູນກາງພັກ ປຊຊ ກຳປູເຈຍ ຫວັງວ່າ ປຊຊ ຫວຽດນາມ ຈະຜ່ານຜ່າຄວາມເສຍຫາຍໂດຍໄວ, ສ້າງຊີວິດເປັນປົກກະຕິ. ເຊື່ອໝັ້ນວ່າ ຫວຽດນາມ ຈະຜ່ານຜ່າທຸກຄວາມຫຍຸ້ງຍາກໂດຍໄວ.

  ບັນດາທ່ານປະທານາທິບໍດີ ສ.ເກົາຫຼີ, ຝະລັ່ງ, ທ່ານປະທານາທິບໍດີ Kazakhstan, Mozambique, Nicaragua, Palestine, ທ່ານປະທານາທິບໍດີ ແຟງລັງ, ຕວກກີ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ, ໂມງກົນ…. ແລະ ອົງການວັດທະນະທຳ ວິທະຍາສາດ ການຶກສາ ສປຊ (UNESCO) ກໍ່ໄດ້ສົ່ງ ໂທລະເລກ, ຈົດໝາຍແບ່ງເບົ່າກັບ ຫວຽດນາມ ຍ້ອນຜົນສະທ້ອນຈາກພະຍຸເລກທີ 3 ກໍ່ຂຶ້ນຕໍ່ປະເທດຊາດ ແລະ ປຊຊ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ