ໂອ້ລົມສົນທະນາກ່ຽວກັບການເຊື່ອມໂຍງດ້ານເສດຖະກິດສາກົນແລະຮັບ​ເອົາຄວາມຮັບຮູ້ການ​ພົວ​ພັນຕ່າງປະເທດ

ໂອ້ລົມສົນທະນາກ່ຽວກັບການເຊື່ອມໂຍງດ້ານເສດຖະກິດສາກົນແລະຮັບ​ເອົາຄວາມຮັບຮູ້ການ​ພົວ​ພັນຕ່າງປະເທດ - ảnh 1
ການໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ດ້ານ​
ເສດຖະກິດ​ສາກົນ ​ແລະ ອັບ​ເດັດ​ຄວາມ​ຮັບ​ຮູ້​ການ​ຕ່າງປະ​ເທດ
(ພາບ:baobacgiang.com.vn)

(vovworld) – ​ໃນ​ລະຫວ່າງ​ວັນ​ທີ 30 – 31/10, ຢູ່​ນະຄອນ​ບັ໋ກຢາງ, ຄະນະ​ກຳມະການ​ປະຊາຊົນ​ແຂວງ​ບັ໋ກຢາງ ​ໄດ້​ສົມທົບ​ກັບ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ກອງ​ທຶນ Hanns Seidel (​ເຢຍລະ​ມັນ) ຈັດ​ຕັ້ງ​ລາຍການ​ໂອ້​ລົມ​ສົນທະນາ “ບັນດາ​ບັນຫາ​ທີ່​ໄດ້​ວາງ​ອອກ​ສຳລັບ​ການ​ເຊື່ອມ​ໂຍງ ​ແລະ ພັດທະນາ​ຢ່າງ​ໝັ້ນຄົງ​ຂອງ​ຫວຽດນາມ ​ໃນ​ສະພາບ​ການ​ໃໝ່” ​ແລະ ​ຊຸດ​ອົບ​ຮົມ​ກ່ຽວ​ກັບ​ຄວາມ​ຮູ້​ການ​ພົວ​ພັນ​ຕ່າງປະ​ເທດ​ໃຫ້ການ​ນຳ​ບັນດາ​ພະ​ແນ​ກ, ຂະ​ແໜງ​ການ, ພະນັກງານ​ເຮັດ​ວຽກ​ງານ​ພົວ​ພັນ​ຕ່າງປະ​ເທດ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ 8 ​ແຂວງ​ທາງ​ພາກ​ເໜືອຫວຽດນາມ.

    ລາຍການ​ໂອ້​ລົມ​ສົນທະນາ ແລະ ຮັບ​ເອົາ​ຄວາມ​ຮັບ​ຮູ້​ການ​​ພົວ​ພັນຕ່າງປະ​ເທດ ​ແມ່ນ​ເພື່ອ​ແນ​ໃສ່​ສະໜອງ​ຂໍ້​ມູນ​​ຂ່າວ​ສານ​ໂດຍ​ພື້ນຖານ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ຊ່ວຍ​ໃຫ້​ບັນດາ​ຜູ້​ແທນ​ຢູ່​​ເຂດ​ພູ​ພຽງ ​ແລະ ​ເຂດ​ພູດ​ວຍທາງ​ພາກ​​ເໜືອ ກຳ​ໄດ້​ຢ່າງ​ຄົບ​ຖ້ວນ, ​ເລິກ​ເຊິ່ງ ​ແລະ ຮອບດ້ານ​ກ່ຽວ​ກັບ​ສະພາບ​​ການໂລກ ກໍ່​ຄື​​ຢູ່ພາຍ​ໃນ​ປະ​ເທດ. ພ້ອມ​ທັງ​ຊ່ວຍ​ການນຳ​ພະ​ແນ​ກ, ຂະ​ແໜງ​ການ, ພະນັກງານ​ເຮັດ​ວຽກ​ງານ​ພົວ​ພັນ​ຕ່າງປະ​ເທດ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນຂອງ​ບັນດາ​ທ້ອງ​​ຖີ່ນ ຍົກ​ສູງ​ຄວາມ​ຮູ້​ດ້ານ​ທິດ​ສະ​ດີ, ພຶດຕິ​ກຳ​ຕົວ​ຈິງ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ; ​ແລກປ່ຽນ​, ຮໍ່າຮຽນ​ເຊິ່ງກັນ ​ແລະ ກັນ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພັດທະນາ​ເສດຖະກິດ ສັງຄົມ​ຂອງ​ແຕ່ລະ​ແຂວງ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ