ໂຮມຊຸມນຸມມິດຕິ່ງວັນໂລກ ປ້ອງກັນ,ຕ້ານພະຍາດເບົາຫວານ

ໂຮມຊຸມນຸມມິດຕິ່ງວັນໂລກ ປ້ອງກັນ,ຕ້ານພະຍາດເບົາຫວານ - ảnh 1
(ໂຮມຊຸມນຸມມິດຕິ່ງວັນໂລກປ້ອງກັນ,ຕ້ານພະຍາດເບົາຫວານ)

(vovworld) - ຕອນ​ເຊົ້າ​ວັນ​ທີ 14/11 ຢູ່​ຮ່າ​ໂນ້ຍ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ແລະ ໂຮງ​ໝໍ​ຕ່ອມ​ໄຮ້​ທໍ່ສູນ​ກາງ​ ຈັດ​ຕັ້ງ​​ງານໂຮມ​ຊຸມ​ນຸມມິດ​ຕິ່ງ ເພື່ອ​ຕອບ​ສະ​ໜອງວັນ​ໂລກປ້ອງ​ກັນ, ຕ້ານ​ພະ​ຍາດ​ເບົາ​ຫວານ​ ( 14/11 ) ດ້ວຍ​ຫົວ​ຂໍ້ “ ຈົ່ງ​ລະ​ມັດ​ລະ​ວັງ​​ກັບພະ​ຍາດ​ເບົາ​ຫວານ”, ທີ່​ພິ​ທີ​ມິດ​ຕິ່ງ​ ທ່ານຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫງວຽນ​ແທງ​ລອງ​ ຮຽກ​ຮ້ອງ​ປະ​ຊາ​ຄົມ​ເອົາ​ໃຈ​ໃສ່​ໜູນ​ຊ່ວຍ​ການ​ເຄື່ອນ​ໄຫວ​ປ້ອງ​ກັນ,ຕ້ານ​ພະ​ຍາດ​ເບົາ​ຫວານ; ຕັ້ງ​ໜ້າ​ໂຄ​ສະ​ນາ​ໃຫ້​ປະ​ຊາ​ຊົນ​ບັນ​ດາ​ມາດ​ຕະ​ການ​ໃນ​ການ​ປ້ອງ​ກັນ, ຕ້ານ​ພະ​ຍາດດັ່ງ​ກ່າວ.  ທ່ານ​ໝໍ ຟານ​ເຮື໋ອງ​ເຢືອງ, ຮອງ​ຜູ້​ອຳ​ນວຍ​ການ​ໂຮງ​ໝໍ​ຕ່ອມ​​ໄຮ້​ທໍ່ສູນ​ກາງ ໃຫ້​ຮູ້​ວ່າ:

        “ ກ່ອນນີ້​, ຄົນ​ທີ່​ເປັນ​ພະ​ຍາດ​ເບົາ​ຫວານ​ປົກ​ກະ​ຕິ​ແມ່ນ​ໃນ​ເກນ​ອາ​ຍຸ 40 ປີ​ຂຶ້ນ​ໄປ ແຕ່​ປະ​ຈຸ​ບັນ​ນັບ​ມື້​ນັບ​ຫັນ​ໄປ​ສູ່​ຄົນ​ລຸ້ນ​ໜຸ່ມ. ໂດຍ​ຫ່າງ​ຈາກນີ້​ກວ່າ 5 ປີ ພວກ​ຂ້າ​ພະ​ເຈົ້າ​​ໄດ້ປິ່ນ​ປົວ​ໃຫ້​ເດັກ​ນ້ອຍ​​ຜູ້​ມີ​ອາ​ຍຸ​ຕ່ຳ​ສຸດ 11 ປີ, ປະ​ຈຸ​ບັນມີ​ຄົນ​ເຈັບຫຼາຍ​ຄົນ​ທີ່​ມີ​ອາ​ຍຸ​ແຕ່ 13-15 ປີ, ບໍ່​ພຽງ​ແຕ່​ຢູ​່ຮ່າ​ໂນ້ຍ​ເທົ່າ​ນັ້ນ ຫາກ​ຍັງຢູ່​ເຂດ​ພູ​ສູງ​ອີກ​ດ້ວຍ

ຂ່າວ/ບົດ​ອື່ນ