ໄຂກອງປະຊຸມຂັ້ນສູງຂອງສປຊກ່ຽວກັບການມອບສິດໃຫ້ແກ່ແມ່ຍິງ

ໄຂກອງປະຊຸມຂັ້ນສູງຂອງສປຊກ່ຽວກັບການມອບສິດໃຫ້ແກ່ແມ່ຍິງ - ảnh 1
ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ CSW 60
ພາບ:TTXVN

(vovworld)- ກອງ​ປະ​ຊ​ຸມ​ຄັ້ງ​ທີ 60 ຂອງ​ຄະ​ນະ​ກຳ​ມະ​ການ​ຖາ​ນະ​ຕຳ​ແຫນ່ງ​ແມ່​ຍິງ ສ​ປ​ຊ (CSW 60 ) ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 14/3 ທີ່ ສຳ​ນັກ​ງານ ສ​ປ​ຊ ຢູ່ ນິວ​ຢອກ ສະ​ຫະ​ລັດ ອ​າ​ເມ​ລິ​ກາ. ຫົວ​ຂ​ໍ້​ຕົ້ນ​ຕໍ​ນຳ​ມາ​ປຶກ​ສາ​ຫາ​ລື​ທີ່ກອງ​ປະ​ຊຸມ ນັ້ນ​ແມ່ນ “ມອບ​ສິດ​ໃຫ້​ແມ່​ຍິງ ແລະ​ສາຍ​ກ່ຽວ​ພັນ​ກັບການ​ພັດ​ທະ​ນາ​ແບບ​ຍື​ນ​ຍົງ. ທີ່​ວາ​ລະ​ໄຂ​ກອງ​ປະ​ຊຸມ, ຕາງ​ຫນ້າ​ໃຫ້​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ໃນ​ອາ​ຊຽນ, ທ່ານນາງ ຟ້າມ​ທິ​ຫາຍ​ຈ່​ວຽນ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມຫວຽດ​ນາມ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ເພື່ອ​ຄວາມ​ກ້າວ​ຫນ້າ​ຂອງ​ແມ່​ຍິງ​ຫວຽດ​ນາມ ໄດ້​ເນັ້ນ​ຫນັກ​ວ່າ: ອາ​ຊຽນ ບັນ​ລຸ​ໄດ້​ຜົນ​ງານ​ຫລາຍ​ຢ່າງ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ ຊາຍ ແລະ ການມອບ​ສິດ​ໃຫ້​ແມ່​ຍິງ. ບັນ​ດາ​ໝາກ​ຜົນ​ນີ້​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຜ່ານ​ກາ​ນ​ເຂົ້າ​ຮ່ວມ​ນັບ​ມື້​ນັບ​ຫລາຍ​ຂອງ​ແມ່​ຍິງ​ເຂົ້າ​ໃນ​ກຳ​ລັງ​ແຮງ​ງານ, ຊີ​ວິດ​ທາງ​ດ້ານ​ເສດ​ຖະ​ກິດ, ການ​ເມືອງ, ສັງ​ຄົມ, ປັບ​ປຸງ​ການ​ສຶກ​ສາ, ເພີ່ມ​ທະ​ວີ​ຄວາມ​ດຸ່ນ​ດ່ຽງ​ອັດ​ຕາ​ສ່ວນ​ທາງເພດ​ໃນ​ພົນ​ລະ​ເມືອງ ແລະ ປັບ​ປຸງ​ບັນ​ດາ​ກົນ​ໄກ​ແຫ່ງ​ຊາດ​ກ່ຽວ​ກັບ​ວຽກງານ​ຄວາມ​ສະ​ເຫມີ​ພາບ​ລະ​ຫວ່າງ​ຍິງ​ຊາຍ​ຢູ່​ບັນ​ດາ​ປະ​ເທດ ອາ​ຊຽນ. ທ່ານນາງ ຟ້າມ​ທິ​ຫາຍ​ຈ່​ວຽນ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມຫວຽດ​ນາມ ໄດ້​ຢືນ​ຢັນ​: ອາ​ຊຽນ ຢືນ​ຢັນ​ຄືນ​ຄຳ​ໝັ້ນ​ສັນ​ຍາ​ໃຫ​້​ການ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ກ່ຽວ​ກັບ​ການ​ລົບ​ລ້າງ​ທຸກ​ຮູບ​ການ​ຈຳ​ແນກ​ປະ​ພຶດ​ຕໍ່​​ແມ່​ຍິງ ແລະ ໂຄງ​ການດ​ຳ​ເນີນ​ງານ​ປັກ​ກີງ, ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ຄວາມ​ກ້າວ​ຫນ້າ​ຂອງ​ແມ່​ຍິງ, ຜ່ານ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື, ພິ​ເສດ​ແມ່ນ ສ​ປ​ຊ.

 

ຂ່າວ/ບົດ​ອື່ນ