ໄຂກອງປະຊຸມພາກພື້ນກ່ຽວກັບວິກິດການອົບພະຍົບຢູ່ໄທ

ໄຂກອງປະຊຸມພາກພື້ນກ່ຽວກັບວິກິດການອົບພະຍົບຢູ່ໄທ - ảnh 1
ໄຂກອງປະຊຸມພາກພື້ນກ່ຽວກັບວິກິດການອົບພະຍົບຢູ່ໄທ
(ພາບ: TTXVN)

(vovworld) – ​ວັນ​ທີ 29/5, ກອງ​ປະຊຸມ​ພາກ​ພື້ນ​ກ່ຽວ​ກັບ​ວິ​ກິດ​ການ​ອົບ​ພະຍົບຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ບາງກອກ ປະ​ເທດ​ໄທ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ຜູ້ຕາງໜ້າ 17 ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ສະທ້ອນ​​​ໂດຍ​ກົງ ຫຼື ທາງ​ອ້ອມ​ຈາກ​ວິ​ກິດ​ການ​ອົບ​ພະຍົບ, ນອກ​ນັ້ນ ຍັງ​ມີ​ອາ​ເມ​ລິ​ກາ, ຍີ່ປຸ່ນ, ສະ​ວິດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ຄື: ຂ້າ​ຫຼວງ​ໃຫຍ່​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ຜູ້​ລີ້​ໄພ (UNHCR) ​ແລະ ອົງການ​ສາກົນ​ກ່ຽວ​ກັບ​ການ​ອົບ​ພະຍົບ(IOM). ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ໄທ ທະ​ນາ​ສັກ ປະຕິມາ​ປະກອນ ​ໃຫ້​ຮູ້​ວ່າ ສະພາບ​ການ​ຂອງ​ກຳ່​ປັ່ນ​ທີ່​ຂົນ​ສົ່ງ​ຜູ້​ອົບ​ພະຍົບຊອກ​ຫາ​ວິທີ​ເຂົ້າ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ນັ້ນ ໄດ້​ຂຶ້ນເຖິງ “ລະດັບ​ເຕືອນ​ໄພ”, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ບັນດາ​ລັດຖະບານ​ແກ້​ໄຂ​ ສາຍ​ເຫດ​ທີ່​ພາ​ໄປ​ເຖິງ​ວິ​ກິດ​ການ​ອົບ​ພະຍົບນີ້. ທ່ານ​ລັດຖະມົນຕີ​ວ່າການ​ກະຊວງການ​ຕ່າງປະ​ເທດ​ໄທ ຢືນຢັນ ບໍ່​ມີ​ປະ​ເທດ​ໃດ​ສາມາດ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ນັ້ນ​ດ້ວຍ​ຕົນ​ເອງໄດ້.

ຂ່າວ/ບົດ​ອື່ນ