ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ

ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ - ảnh 1

ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ Pham Binh Minh ທີ່​ກອງ​ປະຊຸມ

(ພາບ:vietnamplus.vn)

(VOV)- ​​​ຕ​ອນ​ເຊົ້າ​ວັນ​ທີ 17/11, ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ (AMM) ກະກຽມ​ໃຫ້​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ 21 ​ໄດ້​ຖືກ​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ພະນົມ​ເປັນ ປະ​ເທດ​ກຳປູ​ເຈຍ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ 10 ປະ​ເທດ​ສະມາຊິກ​ອາ​ຊຽນ. ກອງ​ປະຊຸມ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ປະ​ເທດ​ເຈົ້າພາບ Hor Namhong. ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າຮ່ວມ​ກອງ​ປະຊຸມ​ໂດຍ​ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ Pham Binh Minh ນຳ​ໜ້າ. ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ ຈະ​ຮັບຮອງ​ເອົາ​ບັນດາ​ເອກະສານ​ສະບັບ​ສຸດ​ທ້າຍ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ, ກອງ​ປະຊຸມ​ສຸດ​ຍອດ​ອາ​ຊີ​ຕາ​ເວັນ​ອອກ ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ​ຊື່​ງຈະ​ດຳ​ເນີນ​ໃນ​ອາທິດ​ໜ້າ. ທີ່​ກອງ​ປະຊຸມ, ບັນດາ​ທ່ານ​ລັດຖະມົນຕີ​ກໍ່​ຈະ​ຮັບຮອງ​ເອົາ​ຫຼັກການ​ພື້ນຖານ​ໃຫ້​ແກ່​ບັນດາ​ກອງ​ປະຊຸມ​ສຸດ​ຍ​ອດອາ​ຊຽນ+3 ກັບ​ຈີນ, ຍີ່​ຢຸ່ນ, ສ​ເກົາຫຼີ; ອາ​ຊຽນ-ຈີນ; ອາ​ຊຽນ-ອາ​ເມ​ລິ​ກາ…

   ບັນດາ​ກອງ​ປະຊຸມ​ສະພາ​ປະຊາ​ຄົມ​ການ​ເມືອງ-​ຄວາມໝັ້ນຄົງ​ອາ​ຊຽນ, ກອງ​ປະຊຸມ​ຈັດ​ກຽມ​ລັດຖະມົນຕີ​ເສດຖະກິດ​ອາ​ຊຽນ ​ແລະ ກອງ​ປະຊຸມ​ສະພາ​ຮ່ວມ​ມື​ອາ​ຊຽນ ກໍ່​ໄດ້​ດຳເນີນ​ໃນ​ວັນ​ດຽວກັນ. ບັນດາ​ນັກ​ສັງ​ເກດ​ການ​ຢູ່​ພະນົມ​ເປັນ ຖື​ວ່າ: ບັນຫາ​ພິພາດ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ການ​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ສິດທິ​ມະນຸດ​ອາ​ຊຽນ ຈະ​ຖືກ​ຍົກ​ອອກ​ມາ​ປຶກສາ​ຫາລືໃນ​ການປະຊຸມ​ຄັ້ງຕ່າງໆ​ທີ່ຈະ​ມາ​ເຖິງ​ນີ້.

ຂ່າວ/ບົດ​ອື່ນ