ໄຂກອງປະຊຸມລັດຖະມົນຕີການເງິນແລະຜູ້ວ່າການທະນາຄານສູນກາງກຸ່ມຈີ7

ໄຂກອງປະຊຸມລັດຖະມົນຕີການເງິນແລະຜູ້ວ່າການທະນາຄານສູນກາງກຸ່ມຈີ7 - ảnh 1
(ພາບປະກອບ: bundesfinanzministerium.de)

​(vovworld) - ຕອນ​ຄໍ່າວັນ​ທີ 27/05, ຢູ່​ນະຄອນ Dresden, ປະ​ເທດ​ເຢຍລະ​ມັນ, ​ໄດ້​ໄຂ​ກອງ​ປະຊຸມລັດຖະມົນຕີ​ການ​​ເງິນແລະ​ຜູ້​ວ່າການ​ທະນາຄານ​ສູນ​ກາງ​ກຸ່ມບັນດປະ​ເທດ​ອຸດສາຫະກຳ​ພັດທະນາ (​ຈີ 7) ​ເພື່ອ​ແນ​ໃສ່​ກະກຽມບາງ​ເນື້​ອ​ໃນ​ໃຫ້​ກອງ​ປະຊຸມ​ສຸດ​ຍອດ​ຈີ 7 ​ເຊິ່ງຈະ​​ໄຂ​ຂຶ້ນ​ໃນ 2 ສັບປະດາ​ທີ່ຈະມາ​ເຖິງ​. ​ໃນ​ກອງ​ປະຊຸມ​​ເປັນ​ເວລາ 3 ມື້ນີ້, ບັນ​ດາ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ ​ແລະ ຜູ້​ວ່າການ​ລັດທະນາຄານ​ບັນດາ​ປະ​ເທດ​ຈີ 7 ຈະ​ປຶກສາ​ຫລື​ກ່ຽວ​ກັບປະສິດທິ​ຜົນ​ຂອງບັນ​ດາ​ນະ​ໂຍບາຍ​ເສດຖະກິດ ​ແລະ ການ​​ເງິນ​ທີ່​ໄດ້​ຍົກ​ອອກ​ມາ ພາຍ​ຫຼັງວິ​ກິດ​ການ​ການ​ເງິນ​ເມື່ອ​ປີ 2008 ມາ​ຮອດ​ປະຈຸ​ບັນ, ກໍ່​ຄື​ຕີ​ລາຄາ​ຄືນ​ບັນດາ​ຍຸດ​ທະ​ສາດການ​ເຕີບ​ໂຕ ​ແລະ ຊຸກຍູ້​ການ​ລົງທຶນ ​ໃນ​ສະພາບຕິດ​ໜີ້​ສາທາລະນະ​ຂອງ​ຫຼາຍ​ປະ​ເທດພວມ​ຢູ່​ໃນ​ລະດັບສູງ​ທີ່​ສຸດ. ນີ້​ກໍ່​ແມ່ນ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ ​ທີ່ເປັນຂີດ​ໝາຍ​​ໃຫ້​ເລື່ອງ​ບັນດາ​ການ​ນຳ​ດ້ານ​ການ​ເງິນ​ຂອງ​ຈີ 7 ຮັບ​ເອົາ​ຄຳ​ເຫັນ​ໂດຍ​ກົງ​ຈາກ​ນັກ​ຊ່ຽວຊານ ​ໃນ​ຂອບ​ເຂດ​ບັນດາ​ການ​ທາ​ບທາມ​ຄວາມ​ເຫັນ​ກັບນັກ​ເສດຖະກິດ​ອັນ​ດັບ​ໜຶ່ງ​ຂອງ​ໂລກ 7 ທ່ານຢູ່​ນອກ​ກອງ​ປະຊຸມ. ກອງ​ປະຊຸມ​ກໍ່​ປຶກສາ​ຫາລື​ມາດ​ຕະການ​ສະ​ກັດ​ກັ້ນ​ແຫຼ່ງ​ເງິນ​ທີ່​ສະໜອງ​ໃຫ້​ບັນດາ​ອົງການ​ກໍ່​ການ​ຮ້າຍ, ພິ​ເສດ​ແມ່ນ​ກຸ່ມ​ລັດ​ອິດສະ​ລາມ (IS) ອ້າງ​ຊື່​ເອງ ​ແລະ ບັນດາມາດ​ຕະການ​ຮັບ​ມື​ກັບ​ສະພາບ​​ລາຄາ​ເໜັງ​ຕິງ ​ແລະ ໜີ​ພາສີ​ຂອງ​ບັນດາ​ກຸ່ມ​ບໍລິສັດນາໆ​ຊາດ.

ຂ່າວ/ບົດ​ອື່ນ