ໄຂກອງປະຊຸມລັດຖະມົນຕີຂອງ12ປະເທດເຂົ້າຮ່ວມການເຈລະຈາTPPຢູ່ສິງກະໂປ

ໄຂກອງປະຊຸມລັດຖະມົນຕີຂອງ12ປະເທດເຂົ້າຮ່ວມການເຈລະຈາTPPຢູ່ສິງກະໂປ - ảnh 1
ພາບປະກອບ:internet


(vovworld)- ​ວັນ​ທີ 19/5, ກ​ອງປະຊຸມ​ລັດຖະມົນ​ຕີ 12 ປະ​ເທດ​ເຂົ້າ​ຮ່ວມ​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ເຂດ​ປາຊີ​​ຟິກ TPP ​ຖືກ​ໄຂ​ຂຶ້ນ​ຢູ່ ສິງກະ​ໂປ ​ແລະ ​ຈະ​ເຮັດ​ວຽກ​ໃນ​ເວລາ 2 ມື້. ກ່ອນ​ດຳ​ເນີນ​ກອງ​ປະຊຸມ, ຫົວຫນ້າ​ຄະນະ​ຜູ້​ແທນ ​ແລະ ບັນດາ​ຜູ້​ຊ່ຽວຊານ​ຂັ້ນ​ສູງ​ຂອງ 12 ປະ​ເທດ​ເຂົ້າ​ຮ່ວມ​ການ​ເຈລະຈາ TPP ນັ້ນ​ແມ່ນ: ອົດ​ສະ​ຕາ​ລີ, ບຣູ​ໄນ, ຈີ​ເລ, ຍີ່​ປຸ່ນ, ມາ​ເລ​ເຊຍ, ​ເມ​ຊີ​ໂກ, ນິວ​ເຊີ​ແລນ, ​ເປຣູ, ສິງກະ​ໂປ, ອາ​ເມ​ລິ​ກາ ​ແລະ ຫວຽດນາມ ດຳ​ເນີນ​ກອງ​ປະຊຸມ​ຢູ່​ນະຄອນ​ໂຮ່ຈິ​ມີນ ​ແຕ່​ວັນ​ທີ 12-15/5. ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ບັນຫາ​ຍັງ​ຄົງ​ຄ້າງທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ຂົງ​ເຂດ​ສຳ​ພັດ​ກັບ​ຕະຫລາດ​ສິນຄ້າ ​ແລະ ບໍລິການ, ກຳມະສິດ​ພູມ​ປັນຍາ, ການ​ລົງທຶນ, ສິ່ງ​ແວດ​ລ້ອມ, ລັດວິ​ສາ​ຫະກິດ ​ແລະ ບໍລິການ​ການ​ເງິນ. ນີ້​ກໍ​ແມ່ນ​ເນື້ອ​ໃນ​​ໄດ້​ຮັບ​ການ​ປຶກສາ​ຫາລື​ທີ່​ບັນດາ​ວາລະ​ປະຊຸມ​ຫລາຍ​ຝ່າຍ ​ແລະ ສອງ​ຝ່າຍ ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ລັດ​ຖະມົນ​ຕີ​ຄັ້ງ​ນີ້.

 

ຂ່າວ/ບົດ​ອື່ນ