ໄຂກອງປະຊຸມສຸດຍອດ G 20 ຄັ້ງທີ 7

ໄຂກອງປະຊຸມສຸດຍອດ G 20 ຄັ້ງທີ 7 - ảnh 1
ທ່ານປະທານາທິບໍດີ Mexico Felipe Calderon ກ່າວປາໄສໄຂກອງປະຊຸມ
(ພາບ: AFP)

(vovworld) – ວັນ​ທີ 18/6, ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທີ 7 ບັນດາ​ການ​ນຳ​ກຸ່ມ​ບັນດາພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ​ພົ້ນ​ເດັ່ນ​ຂຶ້ນ (ຫຼື G 20) ​ໄດ້ຖືກ​ໄຂ​ຂຶ້ນ​ຢູ່​ເຂດ​ຕາກ​ອາກາດ​ແຄມ​ທະ​ເລ Los Cabos ຂອງ ​ເມັກ​ຊີ​ກ. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ຜູ້ຕາງໜ້າ 20 ພື້ນຖານ​ເສດຖະກິດຈະ​​ໃຫ້​ບຸລິມະສິດ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຊຸກຍູ້ການ​ເຕີບ​ໂຕ ​ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ໃນ​ສະພາບ​ການ​ເສດຖະກິດ​ທົ່ວ​ໂລກ​ພວມ​ປະ​ເຊີນ​ໜ້າ​ກັບບັນດາ​ການ​ກະທົບ​ທີ່​ຫຍໍ້​ທໍ້​ຂອງ​ວິ​ກິດ​ການ​ໜີ້​ສິນ​ແຫ່​ງລັດ​ຢູ່ ​ເອີ​ລົບ. ທີ່​ການ​ປຶກສາ​ຫາລື ຢູ່ Los Cabos , ບັນດາ​ການ​ນຳ G 20 ຈະ​ຢືນຢັນ​​ເພີ່ມທຶນ​ຂອງ​ກອງ​ທຶນ​ສາກົນຂຶ້ນ​ທົບ 2 ​ເທົ່າຜ່ານ​ບ້ວງ​ກູ້​ຢືມ​ເພີ່ມ​ເຕີມ​ເຊິ່ງມີ​ມູນ​ຄ່າ 430 ຕື້ USD ທີ່ສະ​ຫງວນ​ໃຫ້​ແກ່​ລະບອບ​ການ​ເງິນ​ນີ້. ​ໂດຍກ່ອນ​ທີ່​ໄຂ​ກອງ​ປະຊຸມ G 20, ບັນດາ​ປະມຸກລັດ​ຂອງ​ກຸ່ມ BRICS (​ເຊິ່ງລວມມີ: Braxin, ລັດ​ເຊຍ, ອິນ​ເດຍ, ຈີນ ​ແລະ ອາບຟຣີກາ ​ໃຕ້) ​ໄດ້​​ໂຮມປະຊຸມ​ລ່ວງ​ໜ້າ​ເພື່ອ​ແລກປ່ຽນ​ຄຳ​ເຫັນ ​ແລະ ​ເປັນ​ເອກະ​ພາບ​ກັນ​ທັດສະນະ ​ກ່ຽວ​ກັບ​ບັນດາ​ບັນຫາ​ເສດຖະກິດ - ການ​​ເງິນ ​ແລະ ສາ​ກົນ​ທີ່​​ເປັນ​ແກ່​ນສານ.

ຄາດ​ວ່າ, ກອງ​ປະຊຸມ​ບັນດາ​ການ​ນຳ G20 ຈະ​ຮັບຮອງ​ເອົາ​ແຜນການ​ເຄື່ອນ​ໄຫວ Los Cabos, ​ເຊິ່ງ​ໃຫ້ຄຳ​ໝັ້ນ​ສັນຍາ​ຊຸກຍູ້​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ ​ແລະ ວຽກ​ເຮັດ​ງານ​ທຳ, ​ເພີ່​ມການ​ລົງທຶນ​ເຂົ້າ​ພື້ນຖານ​ໂຄງ​ລ່າງ ​ແລະ ຊຸກຍູ້​ການ​ຄ້າ​ໃນ​ຂະນະ​ຍັງ​ຢືນຢັນ​ຈະ​ຕັດສິນ​ໃຈ​ຫຼຸດຜ່ອນ​ການ​ຂາດ​​ດຸ່ນງົບປະມານ.

ຂ່າວ/ບົດ​ອື່ນ