ໄຂກອງປະຊຸມເຈົ້າໜ້າທີດ້ານແຮງງານ ຂັ້ນສູງອາຊຽນ ຄັ້ງທີ 8

ໄຂກອງປະຊຸມເຈົ້າໜ້າທີດ້ານແຮງງານ ຂັ້ນສູງອາຊຽນ ຄັ້ງທີ 8 - ảnh 1
( ພາບປະກອບ )

( vovworld ) –   ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ​ດ້ານແຮງ​ງານຂັ້ນ​ສູງອາ​ຊຽນ ຄັ້ງ​ທີ 8 ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 6/5, ຢູ່​ນະຄອນຫຼວງ​ພະ​ນົມ​​ເປັນ, ປະ​ເທດ​ກຳປູ​ເຈຍ. ກອງ​ປະຊຸມ​ໄດ້​ຮຽກຮ້ອງ​​ໃຫ້ຮັດ​​ແຄບ​ຊ່ອງ​ວ່າງກ່ຽວ​ກັບ​ສີມື​ການ​ຊ່າງຂອງ​ຜູ້​ອອກ​ແຮງງານລົງ​ລະດັບ​ເທົ່າ​ທຽມ​ກັນ​ອີ່ງ​ຕາມມາດຕະຖານ​ຂອງ​ແຕ່ລະ​ປະ​ເທດ​ສະມາຊິກ. ດ້ວຍ​ຫົວ​ຂໍ້​ວ່າ “ ປັບປຸງ​ການ​ອາລັກຂາ​ສັງ​ຄົມ ​ແລະ ພັດທະນາ​ສີມື​ການ​ຊ່າງ ”,​ ກອງ​ປະຊຸມ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ການຈັດ​ແບ​່ງ​ກຳລັງ​ແຮງ​ງານ​ໃນ​ພາກ​ພື້ນ. ນອກຈາກ​ນັ້ນ,​ ບັນດາ​ສິ່ງ​ທ້າ​ທ້າຍ ​ແລະ ​ເປົ້າ​ໝາຍ​ຕົ້ນ​ຕໍຂອງ​ບັນຫາ​ການ​ອອກ​ແຮງ​ງງານ​ກໍ​ຈະໄດ້​ຮັບ​ການ​ປຶກສາ​ຫາລື​ເພື່ອ​ຊຸກຍູ້​ການ​ປະຕິບັດ​ແຜນ​ການ​ດຳ​ເນີນ​ງານ ດ້ວຍ​ວິທີ​ຮັບປະກັນລັກສະນະ​ໝັ້ນຄົງ​ຂອງ​ບັນດາມາດຕະຖານ​​ແຫ່ງ​ຊາດ ​ແລະ ພາກ​ພື້ນ​. ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ​ແຮງ​ງານສຸດ​ຍອດອາ​ຊຽນ ຄັ້ງ​ທີ 8 ​ນອນ​ໃນຂອບ​ເຂດ​ບັນດາກອງ​ປະຊຸມ​ທີ່​ກ່ຽວຂ້ອງ​ເຖິງ​ກອງ​ປະຊຸມລັດຖະມົນຕີກະຊວງ​ແຮງ​ງານ​ອາຊຽນ ຄັ້ງ​ທີ 22, ​ເຊິ່ງຈະດຳ​ເນີນລະຫວ່າງ​ວັນ​ທີ 4 – 11 ​ເດືອນ 5 ຢູ່ນະຄອນຫຼວງ​ພະ​ນົມ​​ເປັນ. ດ້ວຍ​ບົດບາດ​ເປັນ​ປະທານ​ອາ​ຊຽນ ປີ 2012 ນີ້, ກຳປູ​ເຈຍ​ມີໜ້າ​ທີ່​ຊຸກຍູ້​​ການ​ພັດທະນາແຮງ​ງານ​ໃນ​ພາກ​ພື້ນ​ອາ​ຊຽນ, ລວມທັງ​ຄົນງານຍົກຍ້າຍ, ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ຄົນ​ງານ ​ແລະ ພັດທະນາ​ສິດ​ຜົນ​ປະ​ໂຫຍດຂອງ​ຄົນ​ງານ.

ຂ່າວ/ບົດ​ອື່ນ