ໄຂກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດຄັ້ງທີ12

ໄຂກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດຄັ້ງທີ12 - ảnh 1
ບັນ​ດາ​ການ​ນຳ, ອະ​ດີດ​ການ​ນຳ​ພັກ,ລັດ,ສະ​ພາ​ແຫ່ງ​ຊາດ​ເຂົ້າ​ຮ່ວມ
ກອງ​ປະ​ຊຸມ​ໃຫຍ່
ພາບ:qdnd.vn

 (vovworld)- ຕອນ​ເຊົ້າ​ວັນ​ທີ 7/3, ຢູ່ ຮ່າ​ໂນ້ຍ ໄດ້​ໄຂ​ກອງ​ປະ​ຊຸມ​ໃຫຍ່​ແມ່​ຍິງ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ອາ​ຍຸ​ການ 2017-2022. ເຂົ້າ​ຮ່ວມກອງ​ປະ​ຊຸມ​ມີ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກີ​ມ​ເງິນ, ປະ​ທ​ານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ພ້ອມ​ກັບ​ຜູ້​ແທນ 1.155 ຄົນ​ທີ​່​ຕາງ​ຫນ້າ​ໃຫ້​ແມ່​ຍິງ​ທຸກ​ຊັ້​ນ​ວັນ​ນະ, ບັນ​ດາ​ເຜົ່າ, ສາ​ສະ​ຫນາ, ທຸກ​​ເກນ​ອາ​ຍຸ, ຂະ​ແຫນງ​​ອາ​ຊີບ ແລະ ເຂດ​ພາກ​​ໃນທົ່ວ​ປະ​ເທດ​.

ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ເນັ້ນ​ຫນັກ​ວ່າ: ສະ​ຫະ​ພັນ​ແມ່​ຍິງ ຫວຽດ​ນາມ ຄວນ​ກຳ​ແຫນ້ນ ແລະ ຊາບ​ຊ​ຶມ​ບັນ​ດາ​ທັດ​ສະ​ນະ, ແນວ​ຄິດ​ຊີ້​ນຳ​ຂອງ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ສະ​ຫລຸບ​ການ​ປະ​ຕິ​ບັດ​ບັນ​ດາ​ຄຳ​ສັ່ງ, ມະ​ຕິ​ທີ່​ກ່ຽວ​ຂ້ອງ​ກໍ​ຄື​ພຶດ​ຕິ​ກຳ​ການ​ເຄື່ອນ​ໄຫວ​ຂອງ​ຂະ​ບວນ​ການ​ແມ່​ຍິງ ແລະ ສະ​ມາ​ຄົມ​ແມ່​ຍິງ. ສະ​ຫະ​ພັນ​ແມ່​ຍິງ ຍົກ​ສູງ​ບົດ​ບາດ​ຂອງ​ແມ່​ຍິງ ແລະ ສະ​ມາ​ຄົມ​ກວ່າ​ອີກ.

        “ສຸມ​ໃສ່​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ຄົບ​ຊຸດ​ເພື່ອ​ສ້າງ​ແມ່​ຍິງ​ຫວຽດ​ນາມ ພັດ​ທະ​ນາ​ຮອບ​ດ້ານ, ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ໄລ​ຍະ​ຍູ້​ແຮງ​ການ​ເຫັນ​ເປັນ​ອຸດ​ສະ​ຫະ​ກຳ, ທັນ​ສະ​ໄຫມ ແລະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ຍົກ​ສູງ​ຄຸນ​ນະ​ພາບ​ຖັນ​ແຖວ​ພະ​ນັກ​ງານ​ສະ​ມາ​ຄົມ​ທຸກ​ຂັ້ນ, ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງວຽກ​ງານ​ສະ​ມາ​ຄົມ​ໃນ​ໄລ​ຍະ​ໃຫມ່. ສ້າງ​ຖັນ​ແຖວ​ພະ​ນັກ​ງານ​ສະ​ມາ​ຄົມ ໃຫ້​ມີ​ຄຸນ​ນະ​ທາດ​ການ​ເມືອງ​ອັນ​ໝັ້ນ​ຄົງ, ຄຸນ​ສົມ​ບັດ​ດີ, ມີ​ຈີນ​ຕະ​ນາ​ການ, ສຸດ​ຈິດ​ສຸດ​ໃຈ​ກັບ​ວຽກ​ງານ​ຂອງ​ສະ​ມາ​ຄົມ, ມີ​ລະ​ດັບ​ຄວາມ​ຮູ້​ດ້ານ​ວິ​ຊາ​ສະ​ເພາະ, ວິ​ຊາ​ການ ”


ຕອບກັບ

ຂ່າວ/ບົດ​ອື່ນ