ໄຂງານບຸນວັດທະນະທຳບັນດາເຜົ່າຢູ່ພາກກາງປີ2015

ໄຂງານບຸນວັດທະນະທຳບັນດາເຜົ່າຢູ່ພາກກາງປີ2015 - ảnh 1
ທ່ານ ຮ່​ວາງ​ດຶກ​ເຮົ້າ, ຫົວ​ໜ້າ​ກົມ​ວັ​ດ​ທະ​ນະ​ທຳ​ຊົນ​ເຜົ່າ ກ່າວ​ຄຳ
​ເຫັນ​ທີ່​ພິ​ທີ

(vovworld) – ​​​ ​ດ້ວຍ​ຫົວ​ຂໍ້​ວ່າ “ບັນ​ດາ​ຊົນ​ເຜົ່າ​ຢູ່​ພາກ​ກາງ ສາ​ມັກ​ຄີ - ຮັກ​ສາ, ເສີມ​ຂະ​ຫຍາຍ​ສີ​ສັນ​ວັດ​ທ​ະ​ນະ​ທຳ​ຊົນ​ເຜົ່າ - ປະ​ກອບ​ສ່ວນ​ພັດ​ທະ​ນາ​ປະ​ເທດ​ຊາດ​ແບບ​ຍືນ​ຍົງ”, ວັນ​ບຸນ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ທີ່​ອຸ​ດົມ​ສົມ​ບູນ, ສະ​ແດງ​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ພາ​ກ​ກາງ. ກ່າວ​ຄຳ​ເຫັນ​ໄຂ​ງານ​ບຸນໃນ​ຕອນ​ຄ່ຳ​ວັນ​ທີ 17/5, ທ່ານ ຮ່​ວາງ​ດຶກ​ເຮົ້າ, ຫົວ​ໜ້າ​ກົມ​ວັ​ດ​ທະ​ນະ​ທຳ​ຊົນ​ເຜົ່າ (ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ), ໃຫ້​ຮູ້​ວ່າ:

        “ວັນ​ບຸນ​ວັດ​ທະ​ນ​ະ​ທຳ​ບັນ​ດາ​ເຜົ່າ​ຢູ່​ພາກ​ກາງ​ດຳ​ເນີນ​ໄປ​ໃນ​​ຂອບ​ເຂດງານ​ບຸນ ບ້ານ​ແຊ​ນ ໃນ​ຊຸມ​ວັນ​ຂອງ​ເດືອນ 5 ປະ​ຫວັດ​ສາດ​​ຢູ່ບ້ານ​ເກີດ​ເມືອງນອນ​ຂອງ​ປະ​ທານ ໂຮ່​ຈີ​ມິນ ຍັງ​ແມ່ນ​ການ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ ແລະ ຄວາ​ມ​ເຊື່ອ​ໝັ້ນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ທີ່​ມີ​ຕໍ່​ລຸງ​ໂຮ່. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ຮັດ​ແໜ້ນ​ຄວາມ​ສາ​ມັກ​ຄີ, ສະ​ໜິດ​ຕິດ​ພັນ, ຍົກ​ສູງ​ສະ​ຕິ​ຮັກ​ສາ​ຄວາມ​ສະ​ຫງົບ​ປ​ອດ​ໄພ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ສຶກ​ສາ​ອົບ​ຮົມເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ຮັກ​ສາ, ປະ​ກອບ​ສ່ວນ​ພັດ​ທະ​ນາ​ເສດ​ຖະ​ກິດ, ເບິ່ງ​ແຍງ​​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ, ຈິດ​ໃຈ​ໃຫ້​ແກ່​ປະ​ຊາ​ຊົນ.”


ຂ່າວ/ບົດ​ອື່ນ