ໄຂ​ງານ​ມະ​ຫາ​ກຳ​ກິ​ລາ ​ASEAN Para Games 12

(VOVWORLD) - ງານມະຫາກຳກິລາຄົນພິການ ອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 12 (ASEAN Para Games 12) ໄດ້ໄຂຂຶ້ນຢູ່ສະໜາມກິລາແຫ່ງຊາດ Morodok Techo ຢູ່ນະຄອນຫຼວງ ພະນົມເປັນ ລາຊະອານາຈັກ ກຳປູເຈຍ ໃນຕອນຄ່ຳວັນທີ 3 ມິຖຸນາ.      
ໄຂ​ງານ​ມະ​ຫາ​ກຳ​ກິ​ລາ ​ASEAN Para Games 12 - ảnh 1ພິທີໄຂງານມະຫາກຳກິລາ ASEAN Para Games 12 (ພາບ: VOV)

ພິທີໄຂ ໂດຍທ່ານນາຍົກລັດຖະມົນຕີ ກຳປູເຈຍ  Samdech Techo Hun Sen ແລະ ພັນລະຍາ Bun Rany  ເປັນປະທານ. ພິທີໄຂ ASEAN Para Games 12 ໄດ້ເລີ່ມດ້ວຍພິທີນັບຖອຍຫຼັງ ແລະ ການສະແດງຍິງບັ້ງໄຟດອກທີ່ເປັນເອກະລັກ ແລະ ຈັບໃຈ. ຖັດຈາກນັ້ນ ແມ່ນພິທີແຫ່ທຸງຊາດ ແລະ ທຳພິທີເຄົາລົບທຸງຂອງ ກຳປູເຈຍ. ພິເສດ, ໃນພິທີເຄົາລົບທຸງ ແລະ ຊັກທຸງຂຶ້ນເສົາ, ມີລາຍການສະແດງພາສາກາຍຂອງ 40 ຄົນ.

ພິທີໄຂ ASEAN Para Games 12 ໄດ້ເຊື່ອມຕໍ່ດ້ວຍພິທີແຫ່ຂະບວນຂອງ 11 ຄະນະນັກກິລາຄົນພິການທີ່ມາຈາກບັນດາປະເທດ ອາຊຽນ ດ້ວຍ ນັກກິລາປະມານ 600 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ