ໄຂງານມະໂຫລານຮູບເງົາ ຫວຽດນາມ ຄັ້ງທີ 20 ປີ 2017

(VOVWORLD) - ຕອນຄ່ຳວັນທີ 24 ພະຈິກ, ທີ່ນະຄອນ ດ່າໜັງ, ງານມະໂຫລານຮູບເງົາ ຫວຽດນາມ ຄັ້ງທີ 20 - ປີ 2017 ຖືກໄຂຂຶ້ນຢ່າງເປັນທາງການ. 
ໄຂງານມະໂຫລານຮູບເງົາ ຫວຽດນາມ ຄັ້ງທີ 20 ປີ 2017 - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ (ພາບ: VGP)

ດ້ວຍຫົວຂໍ້ວ່າ “ສ້າງພື້ນຖານອຸດສາຫະກຳຮູບເງົາທັນສະໄໝ ແລະ ວັດທະນະທຳມະນຸດ”, ງານມະໂຫລານປີນີ້ ດຳເນີນແຕ່ວັນທີ 24 – 28 ພະຈິກ. ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ຢືນຢັນວ່າ: ງານມະໂຫລານ ແມ່ນໂອກາດຂ່ຳນັບຮັບຕ້ອນບັນດານັກສິລະປິນຮູບເງົາຈາກບັນດາປະເທດອາຊີຕາເວັນອອກສ່ຽງໃຕ້, ບັນດານັກຜະລິດຮູບເງົາສາກົນທີ່ມີອິດທິພົນຊື່ສຽງມາເຕົ້າໂຮມຢູ່ ດ່າໜັງ ເພື່ອເຂົ້າຮ່ວມຊິງລາງວັນຮູບເງົາ ອາຊຽນ. ກ່ຽວກັບພື້ນຖານຮູບເງົາ ຫວຽດນາມ ໃນໄລຍະຈະມາເຖິງ ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເໜີວ່າ :

        “ໃນສະພາບການໃໝ່, ບັນດາວິຊາສິລະປະທັງໝົດ, ພິເສດແມ່ນວິຊາສິລະປະທີ 7 ພວມຢືນຢູ່ຕໍ່ໜ້າຄວາມຕ້ອງການໃຫ້ສືບທອດ, ເສີມຂະຫຍາຍມູນເຊື້ອຄວາມເອກອ້າງທະນົງໃຈຂອງພື້ນຖານວັດທະນະທຳ, ຂອງພື້ນຖານຮູບເງົາ ເພື່ອນັບມື້ນັບມີບັນດາບົດປະພັນສິລະປະ ທີ່ມີລັກສະນະວັດທະນະທຳມະນຸດ ແລະ ລັກສະນະສຶກສາຢ່າງເລິກເຊິ່ງ ເພື່ອຍາດແຍ່ງ ແລະ ຮັກສາໄດ້ທີ່ຕັ້ງພາຍໃນປະເທດ ແລະ ອອກສູ່ຕ່າງປະເທດ,  ເພື່ອເພີ່ມທະວີການພົວພັນແລກປ່ຽນວັດທະນະທຳ ແລະ ປະກອບສ່ວນເຮັດໃຫ້ພື້ນຖານວັດທະນະທຳ ຫວຽດນາມ ພັດທະນາ ແລະ ແຜ່ຂະຫຍາຍອອກສູ່ພື້ໜຖານສີວິໄລຂອງມວນມະນຸດ”.

ຕອບກັບ

ຂ່າວ/ບົດ​ອື່ນ