ໄຂວັນບຸນວັດທະນະທຳບັນດາເຜົ່າເຂດພາກກາງຄັ້ງທີ 3 ປີ 2018

(VOVWORLD) -ວັນບຸນວັດທະນະທຳບັນດາເຜົ່າເຂດພາກກາງຄັ້ງທີ 3 ປີ 2018 ຖືກໄຂຂຶ້ນໃນຕອນຄ່ຳວັນທີ 24 ສິງຫາ, ຢູ່ນະຄອນຕາມກີ, ແຂວງກ໋ວາງນາມ.
ໄຂວັນບຸນວັດທະນະທຳບັນດາເຜົ່າເຂດພາກກາງຄັ້ງທີ 3 ປີ 2018 - ảnh 1(ວັນບຸນວັດທະນະທຳບັນດາເຜົ່າເຂດພາກກາງຄັ້ງທີ 3 ປີ 2018)

ເຫດການໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສົມທົບກັບຄະນະກຳມະການປະຊາຊົນແຂວງກ໋ວາງນາມ ຈັດຕັ້ງ. ເຂົ້າຮ່ວມວັນບຸນມີທ່ານນາງຮອງປະທານປະເທດດັ້ງທິຫງອກທິງ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ຈິງທິຖຸຍ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ຫົວໜ້າຄະນະຊີ້ນຳວັນບຸນວັດທະນະທຳບັນດາເຜົ່າເຂດພາກກາງຄັ້ງທີ 3 ປີ 2018, ເນັ້ນໜັກວ່າ.

        “ເຂົ້າຮ່ວມວັນບຸນຄັ້ງນີ້, ນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດໄດ້ເຊື່ອມຕົວເຂົ້າບັນຍາກາດຟົດຟື້ນ ດ້ວຍບັນດາສີສັນວັດທະນະທຳທີ່ເປັນມູນເຊື້ອເປັນເອກະລັກສະເພາະຂອງບັນດາຊົນເຜົ່າ ຜ່ານການສະແດງຂອງນັກສິລະປະການ, ນັກສະແດງ, ນັກກິລາມະຫາຊົນທີ່ມາຈາກ 13 ແຂວງ. ພວກເຮົາຈະໄດ້ຊົມເບິ່ງຈຸດຄວາມງາມຂອງບັນດາຊຸດອາພອນທີ່ເປັນມູນເຊື້ອ, ບັນດາພິທີກຳ, ການແຂ່ງຂັນກິລາ ແລະ ການລະຫຼີ້ນພື້ນເມືອງທີ່ເປັນເອກະລັກສະເພາະຂອງເຂດພາກກາງ”.

        ວັນບຸນວັດທະນະທຳບັນດາເຜົ່າເຂດພາກກາງຄັ້ງທີ 3 ປີ 2018, ດຳເນີນໃນລະຫວ່າງວັນທີ 24 – 26 ສິງຫາ.

ຕອບກັບ

ຂ່າວ/ບົດ​ອື່ນ