ໄຂວາລະປະຊຸມຄັ້ງທີ 21 ສະພາຄະນະກຳມາທິການແມ່ນຳ້ຂອງ

ໄຂວາລະປະຊຸມຄັ້ງທີ 21 ສະພາຄະນະກຳມາທິການແມ່ນຳ້ຂອງ - ảnh 1
ວາລະ​ປະຊຸມ​ຄັ້ງ​ທີ 21 ສະພາ​ຄະນະ​ກຳມາ​ທິການ​ແມ່​ນຳ້ຂອງ ​ໄດ້​ໄຂ​ຂຶ້ນ​ຢູ່​ຮ່າ​ໂນ້ຍ
(ພາບ: ptqnews)

(vovworld) - ຕອນ​ເຊົ້າ​ວັນ​ທີ 15/1, ວາລະ​ປະຊຸມ​ຄັ້ງ​ທີ 21 ສະພາ​ຄະນະ​ກຳມາ​ທິການ​ແມ່​ນຳ້ຂອງ ​ໄດ້​ໄຂ​ຂຶ້ນ​ຢູ່​ຮ່າ​ໂນ້ຍ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງໜ້າ​ປະ​ເທດກຳປູ​ເຈຍ, ລາວ, ​ໄທ, ຫວຽ​ດນາມ ພ້ອມ​ກັບ 20 ຄະນະ​ຜູ້ຕາງໜ້າ​ບັນດາປະ​ເທດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ.

        ທີ່​ວາລະ​ປະຊຸມ, ບັນດາ​ຜູ້​ແທນ​ປຶກສາ​ຫາລື​ການ​ກະທົບ​ຂອງ​ ໂຄງການ​ເຂື່ອນ​ໄຟຟ້າຕ່າງໆ, ຍຸດ​ທະ​ສາດ​ພັດທະນາ​ເຂດ​ລຸ່ມ​ແມ່​ນຳ້ຂອງ ​ໂດຍ​ອີງ​ໃສ່​ການ​ຄຸ້ມ​ຄອງ​ຊັບພະຍາກອນ​ນຳ້​, ການ​ກະກຽມ​ແຜນການ​ຍຸດ​ທະ​ສາດ​ຂອງຄະນະ​ກຳມາ​ທິການ​ແມ່​ນຳ້ຂອງ​ໄລຍະ 2016 – 2020 . ກ່າວ​ຄວາມ​ເຫັນ​ທີ່​ວາລະ​ປະຊຸມ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມຫວຽດນາມ ຫງວຽນ​ມິ​ງກວາງ, ຖື​ວ່າ ບັນດາ​ປະ​ເທດ​ສະມາຊິກ​ພວມ​ຮັບ​ມື​ກັບ​ການ​ທ້າ​ທາຍ​ຫຼາຍ​ຢ່າງ. ທ່ານ​ສະ​ເໜີ​ວ່າ:

        “ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້ຄະນະ​ກຳມາ​ທິການ​ແມ່​ນຳ້ຂອງຄວນ​ຜັນ​ຂະຫຍາຍ​ຢ່າງ​ຄົບ​ຊຸດ, ຍູ້​ແຮງ​ການ​ຄົ້ນ​ຄ້ວາ​ລວມຂອງຄະນະ​ກຳມາ​ທິການ​ແມ່​ນຳ້ຂອງກ່ຽວ​ກັບ​ການ​ຄຸ້ມ​ຄອງ ​ແລະ ພັດທະນາ​​ແມ່​ນ້ຳຂອງຢ່າງ​ໝັ້ນຄົງ, ພັດທະນາ​ເຂດ​ລຸ່ມ​ແມ່​ນ້ຳຂອງ​ອີງ​ໃສ່​ການ​ຄຸ້ມ​ຄອງ​ຊັບພະຍາກອນ​ນ້ຳ ​ແລະ ກໍ່ສ້າງ​ແຜນການ​ປະຕິບັດ​ຍຸດ​ທະ​ສາດ​ໃຫ້​ໄລຍະ 2016-2020. ດ້ວຍ​ຄວາມ​ມານະ​ພະຍາຍາມ ​ແລະ ຄວາມ​ຕັດສິນ​ໃຈ​ສູງ, ບົນ​ຈິດ​ໃຈ​ຮ່ວມ​ມື​ແມ່​ນຳ້ຂອງ, ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ​ບັນດາ​ໜ້າ​ທີ່​ຈຸດ​ສຸມ​ຂອງ​ປີ 2015 ຈະ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ “.

ຂ່າວ/ບົດ​ອື່ນ