ໄຂສັບປະດາ“ມະຫາສາມັກຄີທົ່ວປວງຊົນທັງຊາດ-ມໍລະດົກວັດທະນະທຳຫວຽດນາມ”

ໄຂສັບປະດາ“ມະຫາສາມັກຄີທົ່ວປວງຊົນທັງຊາດ-ມໍລະດົກວັດທະນະທຳຫວຽດນາມ” - ảnh 1
ພິທີ​ໄຂ​ສັບປະດາ “ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ
 - ມໍ​ລະ​ດົກ​ວັດທະນະທຳ ຫວຽດນາມ”

(vovworld) – ​ ຕອນ​ຄ່ຳ​ວັນ​ທີ 18/11, ພິທີ​ໄຂ​ສັບປະດາ “ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ - ມໍ​ລະ​ດົກ​ວັດທະນະທຳ ຫວຽດນາມ” ຖືກ​ໄຂ​ຂຶ້ນ​ຢູ່​ບ້ານ​ວັດທະນະທຳ - ທ່ອງ​ທ່ຽວ​ບັນດາ​ເຜົ່າ ຫວຽດນາມ (ດົ່ງ​ໂມ, ​ເຊີນ​ໄຕ, ຮ່າ​ໂນ້ຍ). ລາຍການ​ໂດຍ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ສົມທົບ​ກັບ​ຄະນະ​ກຳມະການ​ສູງ​ການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຈັດ​ຕັ້ງ, ​ເນື່ອງ​ໃມ​ໂອກາດ​ສະ​ເຫຼີ​ມສະຫຼອງ 86 ປີ​ແຫ່ງ​ວັນມູນ​ເຊື້ອ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ (18/11/1930 – 18/11/2016) ​ແລະ ຂ່ຳນັບ​ຮັບ​ຕ້ອນ​ວັນ​ມໍ​ລະ​ດົກວັດທະນະທຳ ຫວຽດນາມ 23/11. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ ຫງວຽນ​ທ້ຽນ​ເຍີນ ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ເນັ້ນ​ໜັກ​ວ່າ:

        “​ເພື່ອ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ມະຫາສາມັກຄີ​ທົ່ວ​ປວງຊົນ​ທັງ​ຊາດ, ຄຽງ​ຂ້າງ​ເລື່ອງຕ້ອງ​ແຈ້ງ​ໃຫ້​ປະຊາຊົນ​ຮັບ​ຊາບກ່ຽວກັບ​ສະ​ຫາບ​ການ ​ແລະ ​ແນວທາງ​ພັດທະນາ​ປະ​ເທດ​ຊາດ ​ແລະ ຮັບ​ຟັງຄຳ​ເຫັນ​ຂອງ​ປະຊາຊົນກ່ຽວ​ກັບ​ທຸກ​ດ້ານ​ຂອງ​ຊີ​ວິດ​ຢູ່​ທ້ອງ​ຖິ່ນ, ​ເລື່ອງ​ອະນຸລັກ​ສັກສາ ​ແລະ ​ເສີມ​ຂະຫຍາຍ​ວັດທະນະທຳ​ບັນດາ​ເຜົ່າ​​ແມ່ນມີ​ຄວາມ​ໝາ​ຍສຳຄັນ​ທີ່​ສຸດ. ນີ້​ແມ່ນ​ໜ້າ​ທີ່​ຍຸດ​ທະ​ສາດ​ຂອງ​ທັງ​ລະບົບ​ການ​ເມືອງ​ນັບ​ແຕ່​ຂັ້ນ​ສູງ​ກາງ​ລົງ​ຮອດ​ຂັ້ນ​ຮາກ​ຖານ ​ແລະ ຄວນ​ໄດ້​ຮັບການ​ປະຕິບັດ​ໂດຍ​ຜ່ານ​ບັນດາ​ວຽກ​ງານ​ທີ່ອຸດົມສົມ​ບຸນ, ມີຊີວິດ​ຊີວາ, ​ແທດ​ຈິງ, ລະອຽດ.

        ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ຮຽກຮ້​ອງ​ຊາວ ຫວຽດນາມ ແຕ່ລະຄົນ ຈົ່ງ​ປະກອບ​ກຳລັງ​ເຫື່ອ​ແຮງ​, ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ ​ແລະ ​ເສີມ​ຂະຫຍາຍ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ໃນ​ສະພາບ​ການ​ໃໝ່.

ຂ່າວ/ບົດ​ອື່ນ